ວັນເສົາ, 19 ເດືອນເມສາ 2025

ສະຫະພັນບານເຕະແຫ່ງຊາດລາວ ຂໍແຈ້ງມາຍັງບັນດາທ່ານທີ່ມີຄວາມສົນໃຈກ່ຽວກັບວຽກງານຈັດການແຂ່ງຂັນກິລາບານເຕະ ສະໝັກເຂົ້າຮ່ວມການຝຶກອົບຮົມຜູ້ປະສານງານການແຂ່ງຂັນ LFF Local General Coordinator Course 2024

ລະຫວ່າງ ວັນທີ 24-26 ເມສາ 2024 ໂດຍມີຊ່ຽວຊານ ທີ່ມີຄວາມຮູ້ ແລະ ປະສົບການ ຈາກສະຫະພັນບານເຕະອາຊີ (AFC) ເປັນວິທະຍາກອນ. ລາຍລະອຽດການຝຶກອົບຮົມໃນຄັ້ງນີ້ ມີຄືດັ່ງລຸ່ມນີ້:

1. ວັນເວລາ ແລະ ສະຖານທີ່

  • ວັນທີ: 24-26 ເມສາ 2024
  • ເວລາ: 9:00 – 16:00 ໂມງ
  • ສະຖານທີ່: ຫ້ອງປະຊຸມ ຊັ້ນ 3, ສະຫະພັນບານເຕະແຫ່ງຊາດລາວ

2. ເງື່ອນໄຂຜູ້ເຂົ້າຮ່ວມ

  • ຜູ້ເຂົ້າຮ່ວມຕ້ອງມີອາຍຸ 22 ປີຂື້ນໄປ ທີ່ມີຄວາມສົນໃຈໃນວຽກງານບານເຕະທົ່ວໄປ.
  • ຜູ້ທີ່ເຄີຍຜ່ານການຝຶກອົບຮົມ ຜູ້ຄວບຄຸມການແຂ່ງຂັນ (Match Commissioner) ແລະ ຜູ້ຊ່ວຍຜູ້ຄວບຄຸມການແຂ່ງຂັນ (General Coordinator) ຂອງ ສຕລ ໃນໄລຍະຜ່ານມາ.

3. ນະໂຍບາຍຕໍ່ຜູ້ເຂົ້າຮ່ວມຝຶກອົບຮົມ

  • ເຂົ້າຮ່ວມຝຶກອົບຮົມ ໂດຍບໍ່ເສຍຄ່າ.
  • ອຸປະກອນເຄື່ອງຂຽນ.
  • ອາຫານວ່າງ ແລະ ນໍ້າດື່ມທີ່ໃຊ້ໃນການຝຶກອົບຮົມ.
  • ອາຫານທ່ຽງສຳຫຼັບຜູ້ເຂົ້າຮ່ວມຝຶກອົບຮົມ.

4. ຂັ້ນຕອນການສະໝັກຝຶກອົບຮົມ

ຜູ້ທີ່ສົນໃຈ ສາມາດສົ່ງຟອມສະໝັກ, ໃບຊີວະປະຫວັດ (CV) ແລະ ຮູບພາບຕິດບັດ ໃຫ້ກັບຄະນະຮັບຜິດຊອບ ຜ່ານອີເມວ competition@laoff.org.la ນັບຕັ້ງແຕ່ມື້ນີ້ ຈົນເຖິງ ວັນທີ 22 ເມສາ 2024.

ລິ້ງດາວໂຫລດແບບຟອມ: https://drive.google.com/drive/folders/1NQr3QKqnsmumgqCwHaGImn4TsfphrfKo?usp=sharing.

ສອບຖາມຂໍ້ມູນເພີ່ມເຕີມ

ທ. ສູກພະໄຊ ສູລະສິນ 020 55591916; W.A +856 20 56425845
ນ. ທິດາພອນ ອູໄທຍະວົງ 020 76662200; W.A +856 20 76662200

ທີ່ມາ : ສະຫະພັນບານເຕະແຫ່ງຊາດລາວ

Share.