ໂອກາດດີມາອີກແລ້ວ ນັກສະນຸກເກີລາວກຽມໄວ້ ສະຫະພັນບິນລ້ຽດ-ສະນຸກເກີແຫ່ງຊາດລາວ ເຊີນຮ່ວມການແຂ່ງຂັນສະນຸກເກີ 6 ແດງ
ລາຍການ ອາລີນ້າ ແຮນດິແຄັບ ລາວໂອເພັນ 2024 (2024 LBSF-ARINA 6RED HANDICAP LAOS OPEN) ຊິງເງີນລາງວັນລວມກວ່າ 73,500,000 ກີບ ຈະແຂ່ງຂັນລະຫວ່າງວັນທີ 27 – 30 ມິຖຸນາ 2024 ເປີດຮັບສະໝັກ ທົ່ວປະເທດ.
ອີງຕາມທິດຊີ້ນໍາຂອງ ກະຊວງສືກສາທິການ ແລະ ກິລາ, ກົມກິລາລະດັບສູງ ແລະ ອິງຕາມແຜນຍຸດທະສາດ 5 ປີຂອງສະຫະພັນກິລາບິນລຽດ-ສະນຸກເກີແຫ່ງຊາດລາວ.
ການແຂ່ງຂັນຄັ້ງນີ້ ມີຈຸດປະສົງເພື່ອເປັນການຊຸກຍູ້, ສົ່ງເສີມ ແລະ ພັດທະນາວົງການກິລາສະນກເກີລາວ ໃຫ້ທຽບເທົ່າສາກົນ, ພ້ອມກັນນີ້ ຍັງເປັນການພັດທະນາຝີມືນັກກິລາສະນຸກເກີສະໝັກຫຼິ້ນແຕ່ລະສະໂມສອນທົ່ວປະເທດ ເພື່ອກ້າວຂື້ນມາເປັນນັກກິລາທີມຊາດ ກຽມເຂົ້າຮ່ວມແຂ່ງຂັນໃນລະດັບພາກພື້ນ ແລະ ສາກົນ.

ຄ່າສະໝັກ : 650,000ກີບ /ຄົນ / ສະໂມສອນ
- ຮັບເສື້ອແຂ່ງຂັນ 1 ຜືນ ພ້ອມພິມຊື່ລົງເສື້ອ
- ສະໝັກກ່ອນ ໄດ້ສິດກ່ອນ
ສົນໃຈສະໝັກຕິດຕໍ່: WhatsApp: 020-57888238 ທ່ານ ລິຄິດ ອິນທະວົງ, 020-55078868 ສະຫະພັນບິນລຽດສະນຸກເກີແຫ່ງຊາດ, 020-55566966 ສະໂມສອນ ອາລີນ້າ ຄລັບ
ການສະໝັກ
- ແຈ້ງຊື່ , ສາຍາ, ສະໂມສອນ, ເບີໂທຕິດຕໍ່/Facebook
- ເບີເສື້ອ ແລະ ຊື່ພິມລົງເສື້ອ
- ໂອນເງີນຜ່ານບັນຊີເທົ່ານັ້ນ (ງົດຈ່າຍໜ້າງານ)
- ຮັບສິດເຂົ້າກຸ່ມເຟດບຸກ ເພື່ອຕິດຕາມຂ່າວການແຂ່ງຂັນ
ການແຕ່ງກາຍ : ໃສ່ເສື້ອແຂ່ງຂັນ, ໂສ້ງສຸພາບ ແລະ ເກີບຫຸ້ມສົ້ນ
- ເປີດຮັບສະໝັກ 1/4/2024
- ປິດຮັບສະໝັກ 15/6/2024
- ຈົກສະຫຼາກແບ່ງສາຍ 24/6/2024
ສະຖານທີ່ແຂ່ງຂັນ : ສະໂມສອນ ສະນຸກເກີ ອາລີນ້າ ຄລັບ, ບ້ານ ສີບຸນເຮືອງ ເມືອງຈັນທະບຸລີ ນະຄອນຫຼວງວຽງຈັນ.
ທີ່ມາ : ຂ່າວກີລາ Lao National TV