ວັນເສົາ, 19 ເດືອນເມສາ 2025

ຈູຈິດຊູລາວຊຸດນີ້ ນຳພາໂດຍ ອາຈານ ກັນຍາເພັດ ພັນດານຸວົງ ຄູຝຶກ ແລະ ນັກກິລາ 10 ຄົນ ຍິງ 7 ຊາຍ 3 ຮ່ວມແຂ່ງຂັນໃນ 36 ລາຍການ ເຊິ່ງການແຂ່ງຂັນລາຍການນີ້ ມີນັກກິລາເຂົ້າຮ່ວມ 2000 ກວ່າຄົນ, ມືໃໝ່ 600 ກວ່າຄົນ ແລະ ລຸ້ນທົ່ວໄປ 1400 ກວ່າຄົນ ມາຈາກ 110 ກວ່າທີມ ທົ່ວປະເທດໄທ.

ສຳລັບຜົນງານ 10 ຫລຽນຄຳ 4 ຫລຽນເງິນ ແລະ 7 ຫລຽນທອງ ລວມ 21 ຫລຽນ ທີ່ນັກກິລາຈູຈິດຊູລາວສາມາດຍາດມາໄດ້ໃນລາຍການນີ້ ໂດຍແບ່ງເປັນລາຍການ ມືໃຫມ່ (The Rookie Championship) ໄດ້ 9 ຫລຽນຄຳ 4 ຫລຽນເງິນ 3 ຫລຽນທອງ.

Jujitsu Thailand Championship 2024

9 ຫລຽນຄຳ ໄດ້ຈາກ :

  1. ນາງ ໄວພອນ ຮຸ່ນນໍ້າໜັກບໍ່ເກີນ – 44 ກິໂລ ອາຍຸບໍ່ເກີນ 18 ປີ ປະເພດ fighting
  2. ນາງ ແສງຈັນ ມະນີແກ້ວ ຮຸ່ນນໍ້າໜັກບໍ່ເກີນ – 48 ກິໂລ ອາຍຸບໍ່ເກີນ 18 ປີ ປະເພດ fighting
  3. ນາງ ແປງ ແສງມະນີ ຮຸ່ນນໍ້າໜັກບໍ່ເກີນ – 57 ກິໂລ ອາຍຸບໍ່ເກີນ 18 ປີ ປະເພດ fighting
  4. ນາງ ແປງ ແສງມະນີ ຮຸ່ນນໍ້າໜັກບໍ່ເກີນ – 57 ກິໂລ ອາຍຸບໍ່ເກີນ 18 ປີ ປະເພດ Ne Waze (Jujitsu)
  5. ນາງ ໃຫມ່ພອນ ໄຊຍະເລີດ ຮຸ່ນນໍ້າໜັກບໍ່ເກີນ – 63 ກິໂລ ອາຍຸບໍ່ເກີນ 18 ປີ ປະເພດ fighting
  6. ນາງ ໃຫມ່ພອນ ໄຊຍະເລີດ ຮຸ່ນນໍ້າໜັກບໍ່ເກີນ – 63 ກິໂລ ອາຍຸບໍ່ເກີນ 18 ປີ ປະເພດ Nè Waza (Jujitsu)
  7. ທ້າວ ນິດສອນ ເພັງໂສພາ ຮຸ່ນນໍ້າໜັກບໍ່ເກີນ – 66 ກິໂລ ອາຍຸບໍ່ເກີນ 18 ປີ ປະເພດ fighting
  8. ທ້າວ ພູສະຫວັນ ແກ້ວປາກິດ ຮຸ່ນນໍ້າໜັກບໍ່ເກີນ – 81 ກິໂລ ອາຍຸບໍ່ເກີນ 18 ປີ ປະເພດ fighting
  9. ທ້າວ ພູສະຫວັນ ແກ້ວປາກິດ ຮຸ່ນນໍ້າໜັກບໍ່ເກີນ – 81 ກິໂລ ອາຍຸບໍ່ເກີນ 18 ປີ ປະເພດ Nè Waza (Jujitsu)

4 ຫລຽນເງິນໄດ້ຈາກ :

  1. ນາງ ສົງການ ອິນທະສອນ ຮຸ່ນນໍ້າໜັກບໍ່ເກີນ – 57 ກິໂລ ອາຍຸບໍ່ເກີນ 18 ປີ ປະເພດ fighting
  2. ທ້າວ ນິດສອນ ເພັງໂສພາ ຮຸ່ນນໍ້າໜັກບໍ່ເກີນ – 66 ກິໂລ ອາຍຸບໍ່ເກີນ 18 ປີ ປະເພດ Nè Waza (Jujitsu)
  3. ນາງ ປາລິຕາ ກາຄຳພັນ ຮຸ່ນນໍ້າໜັກບໍ່ເກີນ – 48 ກິໂລ ອາຍຸ +18 ປີ ປະເພດ fighting
  4. ນາງ ປາລິຕາ ກາຄຳພັນ ຮຸ່ນນໍ້າໜັກບໍ່ເກີນ – 48 ກິໂລ ອາຍຸ +18 ປີ ປະເພດ Nè Waza (Jujitsu)
Jujitsu Thailand Championship 2024

3 ຫລຽນທອງໄດ້ຈາກ :

  1. ນາງ ໄວພອນ ຮຸ່ນນໍ້າໜັກບໍ່ເກີນ – 44 ກິໂລອາຍຸບໍ່ເກີນ 18 ປີ ປະເພດ Nè Waza (Jujitsu)
  2. ນາງ ແສງຈັນ ມະນີແກ້ວ ຮຸ່ນນໍ້າໜັກບໍ່ເກີນ – 52 ກິໂລ ອາຍຸບໍ່ເກີນ 18 ປີ ປະເພດ Nè Waza (Jujitsu)
  3. ນາງ ສົງການ ອິນທະສອນ ຮຸ່ນ -52 ກິໂລ ອາຍຸບໍ່ເກີນ 18 ປີ ປະເພດ Nè Waza (Jujitsu)

ສ່ວນລາຍການ Jujitsu Thailand Championship ໄດ້ 1 ຫລຽນຄຳ ແລະ 4 ຫລຽນທອງ 

1 ຫລຽນຄຳໄດ້ຈາກ :

  1. ນາງ ໃຫມ່ພອນ ໄຊຍະເລີດ ຮຸ່ນນໍ້າໜັກບໍ່ເກີນ – 63 ກິໂລ ອາຍຸບໍ່ເກີນ 18 ປີ ປະເພດ Nè Waza ຫລື Jujitsu

4 ຫລຽນທອງໄດ້ຈາກ :

  1. ທ້າວ ພູສະຫວັນ ເປເລ ແກ້ວປາກິດ ຮຸ່ນນໍ້າໜັກບໍ່ເກີນ – 81 ກິໂລ ອາຍຸບໍ່ເກີນ 18 ປີ ປະເພດ Nè Waza ຫລື Jujitsu.

  2. ນາງ ໃຫມ່ພອນ ໄຊຍະເລີດ ຮຸ່ນນໍ້າໜັກບໍ່ເກີນ – 63 ກິໂລ ອາຍຸບໍ່ເກີນ 18 ປີ ປະເພດ Fighting

  3. ນາງ ສົງການ ອິນທະສອນ ຮຸ່ນນໍ້າໜັກບໍ່ເກີນ – 52 ກິໂລ ອາຍຸບໍ່ເກີນ 18 ປີ ປະເພດ fighting

  4. ທ້າວ ພູສະຫວັນ ເປເລ ແກ້ວປາກິດ ຮຸ່ນນໍ້າໜັກບໍ່ເກີນ – 81 ກິໂລ ອາຍຸບໍ່ເກີນ 18 ປີ ປະເພດ fighting

ທີ່ມາ : ອາຈານເບ່ ກັນຍາເພັດ ພັນດານຸວົງ
ອ້າງອິງ : ຂ່າວກີລາ Lao Nation TV

Share.