ສຳເລັດການແຂ່ງຂັນເທັນນິສ ລາວ ແລນໂຣເວີ ຄັບ 2024 ວັນທີ 6 ເມສານີ້ ພາຍຫລັງດຳເນີນການແຂ່ງຂັນມາແຕ່ວັນທີ 20 ມີນາ 2024.
ລາຍການນີ້ ຈັດຂຶ້ນເປັນຄັ້ງທີ 2 ໂດຍມີນັກກິລາເຂົ້າຮ່ວມ 120 ຄົນ, ທີ່ມາຈາກລາວ, ໄທ ແລະ ປະເທດເອີຣົບຈຳນວນໜຶ່ງ ແຂ່ງຂັນ 8 ລາຍການ ທັງນີ້ ກໍເພື່ອສ້າງໂອກາດໃຫ້ນັກກິລາໄດ້ເຄື່ອນໄຫວຝຶກແອບ, ແຂ່ງຂັນຢ່າງຕໍ່ເນື່ອງ ທັງເປັນການຕ້ອນຮັບປີໃໝ່ລາວ, ສ້າງຄວາມສາມັກຄີ, ສົ່ງເສີມການອອກກຳລັງກາຍເພື່ອສຸຂະພາບ, ພົບປະແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ເພື່ອພັດທະນາສີມືຄວາມສາມາດ.
ຊະນະເລີດ ປະເພດດ່ຽວ ສາຍ ຄ : Gleb ຈາກຣັດເຊຍ
ຮອງຊະນະເລີດ : Casel ຈາກອັງກິດ
ຊະນະເລີດ ປະເພດຄູ່ ສາຍ ກ : ອານັນດາ ຄູ່ກັບ ວິທະຍາ
ຮອງຊະນະເລີດ : ອະນັນດອນ ຄູ່ກັບ ຄີຣາຕິ
ຊະນະເລີດ ປະເພດຄູ່ ສາຍ ຂ : ອາໂນລົງ + ໂດ່
ຮອງຊະນະເລີດ : ວິຣະກົດ ຄູ່ກັບ ອາຣິຍະ
ຊະນະເລີດ ປະເພດຄູ່ ສາຍ ຄ : ວັນທອງ + Gleb
ຮອງຊະນະເລີດ : ວັດສະລາກອນ + ເມດ
ຊະນະເລີດ ປະເພດຄູ່ ອາຍຸລວມ 75 ປີຂຶ້ນໄປ : ວິລະກົດ + ສົມໃຈ
ຮອງຊະນະເລີດ : ແສນທະນົງຫວັດ + ພູແກ້ວ

ຊະນະເລີດ ຄູ່ປະສົມ ອາວຸໂສ : ອາໂນລົງ + ມະໄລທອງ
ຮອງຊະນະເລີດ : ວິສິດ + ສຸພາພອນ
ຊະນະເລີດ ຄູ່ຍິງ : ມີມີ່ + ມະໄລທອງ
ຮອງຊະນະເລີດ : ແອນນິຕ້າ + ຈູລີ້ແຕັງ
ຊະນະເລີດ ຄູ່ອາວຸໂສ 60 ປີຂຶ້ນໄປ : ດາວວີ + ໂທນີ້
ຮອງຊະນະເລີດ : ອາດິສັກ + ຂັນທະນູວຽງ
ໃຫ້ກຽດເຂົ້າຮ່ວມ ແລະ ມອບລາງວັນມີ ທ່ານ ແສງພອນ ພົນອາມາດ ຫົວໜ້າກົມກິລາລະດັບສູງ, ຮອງປະທານ ແລະ ເລຂາທິການຄະນະກຳມະການໂອແລມປິກແຫ່ງຊາດລາວ, ທ່ານ ດາວວອນ ພະຈັນທະວົງ ປະທານສະຫະພັນເທັນນິສແຫ່ງຊາດ, ພ້ອມດ້ວຍປະທານບໍລິສັດເບຍລາວ ຈຳກັດ ແລະ ຜູ້ຈັດການທົ່ວໄປ Lao Land Rov
ທີ່ມາ : ຂ່າວກິລາ Lao National TV