ວັນເສົາ, 19 ເດືອນເມສາ 2025
Lao National Logo

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

ກະຊວງສຶກສາທິການ ແລະ ກິລາ

ເລກທີ 242 /ສສກ
ນະຄອນຫຼວງວຽງຈັນ, ວັນທີ 17 ມັງກອນ 2019

ຂໍ້ຕົກລົງ ວ່າດ້ວຍການຮັບຮອງເອົາການສ້າງຕັ້ງຄະນະບໍລິຫານງານ ສະຫະພັນກິລາຄິກບອກຊິງແຫ່ງຊາດລາວ

  • ອີງຕາມ ກົດໝາຍວ່າດ້ວຍກິລາ-ກາຍຍະກຳ (ສະບັບປັບປຸງ), ສະບັບເລກທີ 15/ສພຊ, ລົງວັນທີ 06 ມິຖຸນາ 2012;
  • ອິງຕາມ ດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງສຶກສາທິການ ແລະ ກິລາ ສະບັບເລກທີ 64/ນກ, ລັງວັນທີ 03 ກຸມພາ 2017;
  • ອິງຕາມ ໜັງສືສະເໜີຂອງກົມກິລາລະດັບສູງ.

ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ຈຶ່ງຕົກລົງ :

ມາດຕາ 01 : ຮັບຮອງເອົາການສ້າງຕັ້ງຄະນະບໍລິຫານງານ ສະຫະພັນກິລາຄິກບອກຊິງແຫ່ງຊາດລາວ ຊຶ່ງມີບັນດາທ່ານທີ່ມີລາຍຊື່ດັ່ງລຸ່ມນີ້ :

  1. ຄະນະປະທານທີ່ປຶກສາກິດຕິມະສັກ :
    1. ທ່ານ ຄຳຜອງ ພັນວົງສາ
    2. MR WON CHWIN KYE
    3. MR HON SHOW CHAU
    4. ທ່ານ ຊາຟາ ອາຣມາສູດີ
  2. ຄະນະບໍລິຫານງານສະຫະພັນ :
    1. ທ່ານ ວັນນະເດດ ແກ້ວວຽງຄຳ – ເປັນປະທານ
    2. ທ່ານ ສຸລີ ນີລະໄມ – ເປັນຮອງປະທານ
    3. ທ່ານ ທະນູສອນ ແກ້ວວຽງຄຳ – ເປັນຮອງປະທານ
    4. ທ່ານ ນາງ ມະນີຈິດ ໄຊຍະວົງ – ເປັນຮອງປະທານ ແລະ ນາຍຄັງ
    5. ທ່ານ ສອນເພັດ ຈັນດານຸວົງ – ເປັນເລຂາທິການ
    6. ທ່ານ ນາງ ໄຊເສດຖາ ໂຄດສົມບັດ – ເປັນກຳມະການ
    7. ທ່ານ ນາງ ວຽງສຸລິຍາ ນີລະໄມ ເປັນກຳມະການ
    8. ທ່ານ ບຸນໄທ ບົມບັນດິດ – ເປັນກຳມະການ
    9. ທ່ານ ລິນທອງ ສິມມານິວົງ – ເປັນກຳມະການ
    10. ທ່ານ ສົມສະຫງ່າ ພິມມະຈັນ – ເປັນກຳມະການ
    11. ທ່ານ ພູໂຂງ ຄຳສະທອນ – ເປັນກຳມະການ
    12. ທ່ານ ວຽງໄຊ ນວນວິໄລ – ເປັນກຳມະການ
    13. ທ່ານ ວ່າຊົ່ງ ປ່າຈະຊົ່ງ – ເປັນກຳມະການ
    14. ທ່ານ ບຸນເພັງ ສິລິຫັດ – ເປັນກຳມະການ
    15. ທ່ານ ນິລັດຖາ ສອນທອງຄຳ – ເປັນກຳມະການ 

ມາດຕາ 02 : ບັນດາທ່ານທີ່ມີລາຍຊື່ໃນ ມາດຕາ 01 ມີໜ້າທີຈັດຕັ້ງປະຕິບັດຕາມກົດໝາຍວ່າດ້ວຍກິລາ-ກາຍຍະກຳ, ຂໍ້ກຳນົດ, ກົດລະບຽບ ຂອງກະຊວງສຶກສາທິການ ແລະ ກິລາ ແລະ ໃຫ້ຖຶກຕ້ອງຕາມກົດລະບຽບຂອງສະຫະພັນກິລາຄິກບອກຊິງແຫ່ງຊາດລາວ, ສະຫະພັນກິລາຄິກບອກຊິງອາຊຽນ, ອາຊີ ແລະ ສາກົນວາງອອກ.

ມາດຕາ 03 : ມອບໃຫ້ ຄະນະບໍລິຫານງານສະຫະພັນກິລາຄິກບອກຊິງແຫ່ງຊາດລາວ ຈົ່ງໄດ້ຈັດຕັ້ງກອງປະຊຸມ, ແບ່ງງານ, ແບ່ງຄວາມຮັບຜິດຊອບ, ສ້າງແຜນການເຄື່ອນໄຫວຂະບວນການຝຶກແອບ ແລະ ແຂ່ງຂັນກິລາດັ່ງກ່າວ ໃຫ້ມີປະສິດທິຜົນ.

ມາດຕາ 04 : ຫ້ອງການກະຊວງສຶກສາທິການ ແລະ ກິລາ, ກົມຈັດຕັ້ງ ແລະ ພະນັກງານ, ກົມກິລາລະດັບສູງ, ສະຫະພັນກິລາຄິກບອກຊິງແຫ່ງຊາດລາວ, ບັນດາກົມທີ່ກ່ຽວຂ້ອງພາຍໃນ ກະຊວງສຶກສາທິການ ແລະ ກິລາ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ ຈົ່ງຮັບຮູ້ ແລະ ປະຕິບັດຕາມໜ້າທີ່ຂອງໃຜລາວ.

ມາດຕາ 05 : ຂໍ້ຕົກລົງຮັບຮອງສະບັບນີ້ ມີຜົນສັກສິດນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ.

ບ່ອນສົ່ງ :
- ຫ້ອງການກະຊວງ 02 ສະບັບ
- ກົມຈັກຕັ້ງ ແລະ ພະນັກງານ 01 ສະບັບ
- ກົມກິລາລະດັບສູງ 01 ສະບັບ
- ສະຫະພັນກ່ຽວຂ້ອງ 01 ສະບັບ
- ຜູ້ກ່ຽວ ຄົນລະ 01 ສະບັບ

ເອກກະສານອ້າງອິງ : Download