
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ
ກະຊວງສຶກສາທິການ ແລະ ກິລາ
ເລກທີ 242 /ສສກ
ນະຄອນຫຼວງວຽງຈັນ, ວັນທີ 17 ມັງກອນ 2019
ຂໍ້ຕົກລົງ ວ່າດ້ວຍການຮັບຮອງເອົາການສ້າງຕັ້ງຄະນະບໍລິຫານງານ ສະຫະພັນກິລາຄິກບອກຊິງແຫ່ງຊາດລາວ
- ອີງຕາມ ກົດໝາຍວ່າດ້ວຍກິລາ-ກາຍຍະກຳ (ສະບັບປັບປຸງ), ສະບັບເລກທີ 15/ສພຊ, ລົງວັນທີ 06 ມິຖຸນາ 2012;
- ອິງຕາມ ດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງສຶກສາທິການ ແລະ ກິລາ ສະບັບເລກທີ 64/ນກ, ລັງວັນທີ 03 ກຸມພາ 2017;
- ອິງຕາມ ໜັງສືສະເໜີຂອງກົມກິລາລະດັບສູງ.
ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ຈຶ່ງຕົກລົງ :
ມາດຕາ 01 : ຮັບຮອງເອົາການສ້າງຕັ້ງຄະນະບໍລິຫານງານ ສະຫະພັນກິລາຄິກບອກຊິງແຫ່ງຊາດລາວ ຊຶ່ງມີບັນດາທ່ານທີ່ມີລາຍຊື່ດັ່ງລຸ່ມນີ້ :
- ຄະນະປະທານທີ່ປຶກສາກິດຕິມະສັກ :
- ທ່ານ ຄຳຜອງ ພັນວົງສາ
- MR WON CHWIN KYE
- MR HON SHOW CHAU
- ທ່ານ ຊາຟາ ອາຣມາສູດີ
- ຄະນະບໍລິຫານງານສະຫະພັນ :
- ທ່ານ ວັນນະເດດ ແກ້ວວຽງຄຳ – ເປັນປະທານ
- ທ່ານ ສຸລີ ນີລະໄມ – ເປັນຮອງປະທານ
- ທ່ານ ທະນູສອນ ແກ້ວວຽງຄຳ – ເປັນຮອງປະທານ
- ທ່ານ ນາງ ມະນີຈິດ ໄຊຍະວົງ – ເປັນຮອງປະທານ ແລະ ນາຍຄັງ
- ທ່ານ ສອນເພັດ ຈັນດານຸວົງ – ເປັນເລຂາທິການ
- ທ່ານ ນາງ ໄຊເສດຖາ ໂຄດສົມບັດ – ເປັນກຳມະການ
- ທ່ານ ນາງ ວຽງສຸລິຍາ ນີລະໄມ ເປັນກຳມະການ
- ທ່ານ ບຸນໄທ ບົມບັນດິດ – ເປັນກຳມະການ
- ທ່ານ ລິນທອງ ສິມມານິວົງ – ເປັນກຳມະການ
- ທ່ານ ສົມສະຫງ່າ ພິມມະຈັນ – ເປັນກຳມະການ
- ທ່ານ ພູໂຂງ ຄຳສະທອນ – ເປັນກຳມະການ
- ທ່ານ ວຽງໄຊ ນວນວິໄລ – ເປັນກຳມະການ
- ທ່ານ ວ່າຊົ່ງ ປ່າຈະຊົ່ງ – ເປັນກຳມະການ
- ທ່ານ ບຸນເພັງ ສິລິຫັດ – ເປັນກຳມະການ
- ທ່ານ ນິລັດຖາ ສອນທອງຄຳ – ເປັນກຳມະການ
ມາດຕາ 02 : ບັນດາທ່ານທີ່ມີລາຍຊື່ໃນ ມາດຕາ 01 ມີໜ້າທີຈັດຕັ້ງປະຕິບັດຕາມກົດໝາຍວ່າດ້ວຍກິລາ-ກາຍຍະກຳ, ຂໍ້ກຳນົດ, ກົດລະບຽບ ຂອງກະຊວງສຶກສາທິການ ແລະ ກິລາ ແລະ ໃຫ້ຖຶກຕ້ອງຕາມກົດລະບຽບຂອງສະຫະພັນກິລາຄິກບອກຊິງແຫ່ງຊາດລາວ, ສະຫະພັນກິລາຄິກບອກຊິງອາຊຽນ, ອາຊີ ແລະ ສາກົນວາງອອກ.
ມາດຕາ 03 : ມອບໃຫ້ ຄະນະບໍລິຫານງານສະຫະພັນກິລາຄິກບອກຊິງແຫ່ງຊາດລາວ ຈົ່ງໄດ້ຈັດຕັ້ງກອງປະຊຸມ, ແບ່ງງານ, ແບ່ງຄວາມຮັບຜິດຊອບ, ສ້າງແຜນການເຄື່ອນໄຫວຂະບວນການຝຶກແອບ ແລະ ແຂ່ງຂັນກິລາດັ່ງກ່າວ ໃຫ້ມີປະສິດທິຜົນ.
ມາດຕາ 04 : ຫ້ອງການກະຊວງສຶກສາທິການ ແລະ ກິລາ, ກົມຈັດຕັ້ງ ແລະ ພະນັກງານ, ກົມກິລາລະດັບສູງ, ສະຫະພັນກິລາຄິກບອກຊິງແຫ່ງຊາດລາວ, ບັນດາກົມທີ່ກ່ຽວຂ້ອງພາຍໃນ ກະຊວງສຶກສາທິການ ແລະ ກິລາ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ ຈົ່ງຮັບຮູ້ ແລະ ປະຕິບັດຕາມໜ້າທີ່ຂອງໃຜລາວ.
ມາດຕາ 05 : ຂໍ້ຕົກລົງຮັບຮອງສະບັບນີ້ ມີຜົນສັກສິດນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ.
ບ່ອນສົ່ງ :
- ຫ້ອງການກະຊວງ 02 ສະບັບ
- ກົມຈັກຕັ້ງ ແລະ ພະນັກງານ 01 ສະບັບ
- ກົມກິລາລະດັບສູງ 01 ສະບັບ
- ສະຫະພັນກ່ຽວຂ້ອງ 01 ສະບັບ
- ຜູ້ກ່ຽວ ຄົນລະ 01 ສະບັບ
ເອກກະສານອ້າງອິງ : Download