ວັນເສົາ, 19 ເດືອນເມສາ 2025

ບົດກ່າວໄຫວ້ອາໄລເຖິງດວງວິນຍານສະຫາຍ ພົນຈັດຕະວາ ແຈ້ງ ໄຊຍະວົງ

ວັນທີ 28/12/2014

ແຈ້ງ ໄຊຍະວົງ
  • ຂໍນ້ອມນະມັດສະການພະເຖລານຸເຖລະ.
  • ຮຽນ: ຜູ້ນໍາພັກ-ລັດ ທີ່ເຄົາລົບ ແລະ ນັບຖືຢ່າງສູງ.
  • ບັນດາສະຫາຍ ແລະ ເພື່ອນມິດ ທີ່ຮັກແພງທັງຫຼາຍ.

ໃນທ່າມກາງຄວາມໂສກເສົ້າເສຍດາຍ ແລະ ອາໄລອາວອນຢ່າງສຸດຊຶ້ງ ຕໍ່ການຈາກໄປໂດຍບໍ່ມີວັນກັບຄືນມາອີກແລ້ວຂອງ ສະຫາຍ ພົນຈັດຕະວາ ແຈ້ງ ໄຊຍະວົງ ອາດີດລັດຖະມົນຕີຊ່ວຍວ່າການສໍານັກງານນາຍົກລັດຖະມົນຕີ, ອາດີດ ລັດຖະມົນຕີຊ່ວຍວ່າການກະຊວງການຄ້າ ແລະ ທ່ອງທຽວ, ອາດີດ ຫົວຫນ້າກົມຊ່າງແສງ ກະຊວງ ປ້ອງກັນປະເທດ, ອາດີດປະທານກຸ່ມບໍລິສັດພັດທະນາພູດອຍ ກະຊວງ ປ້ອງກັນປະເທດ, ພະນັກງານບໍານານ ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ. ພວກເຮົາມາເຕົ້າໂຮມກັນທີ່ນີ້ ເພື່ອໄຫວ້ອາໄລ ແລະ ອໍາລາ ສະຫາຍ ພົ/ວ ແຈ້ງ ໄຊຍະວົງ ເປັນຄັ້ງ ສຸດທ້າຍ.

ສະຫາຍ ພົນຈັດຕະວາ ແຈ້ງ ໄຊຍະວົງ ເກີດເມື່ອວັນທີ 13/05/1936 ໃນຄອບຄົວຊາວນາ ບ້ານ ນາຕ້າຍ, ເມືອງ ຈໍາພອນ, ແຂວງ ສະຫວັນນະເຂດ, ເປັນບຸດຂອງທ່ານ ເຈິກ ແລະ ນາງ ຂັນ ໄຊຍະວົງ ມີ ອ້າຍເອື້ອຍນ້ອງຄີງນໍາກັນ 7 ຄົນ, ສະຫາຍໄດ້ສ້າງຄອບຄົວກັບ ນາງ ບຸນຍົງ ໄຊຍະວົງ ມີລູກນໍາກັນ 5 ຄົນ, ຍິງ 2 ຄົນ, ປະຈຸບັນຢູ່ບ້ານ ນາໄຊ ເມືອງ ໄຊເສດຖາ, ນະຄອນຫຼວງວຽຈັນ.

ການເຄື່ນໄຫວຂອງສະຫາຍແຕ່ລະໄລຍະມີດັ່ງນີ້:

  • ປີ 1947-1952 ເປັນນັກຮຽນ ຢູ່ແຂວງ ສະຫວັນນະເຂດ.
  • ປີ 1952-1959 ໄດ້ຮຽນວິຊາການດ້ານການທະຫານອາກາດ ຢູ່ພາຍໃນປະເທດ ແລະ ຢູ່ ປະເທດ ຝຣັ່ງເສດ.

ຍ້ອນເຫັນເຖິງຄວາມໂຫດຮ້າຍປ່າເຖື່ອນຂອງພວກຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ໃຫມ່ ທັງລູກແຫຼ້ງຕີນມືທີ່ມີຕໍ່ປະຊາຊົນລາວບັນດາເຜົ່າ ສະຫາຍ ໄດ້ຕັດສິນໃຈເຂົ້າຮ່ວມເຮັດການປະຕິວັດ ນັບແຕ່ວັນທີ 9/8/1960 ຊຶ່ງໄດ້ເຂົ້າຮ່ວມເຮັດລັດຖະປະຫານໂຄ້ນລົ້ມລະບອບເກົ່າວຽງຈັນ.

  • ປີ 1960-1963 ຖືກແຕ່ງຕັ້ງເປັນຫົວໜ້າບັນຊາການກອງພັນທີ 4 ທະຫານໂດດຈ້ອງ ປະຈໍາຢູ່ເຂດຊຽງຂວາງ ແລະ ທ່າໂທມ. ( ຝ່າຍກໍາລັງ ເປັນກາງຮັກຊາດ )
  • ປີ 1963-1964 ພາຍຫຼັງຜັນແຍກອອກຈາກກໍາລັງກອງແລ ສະຫາຍ ພົ/ວ ແຈ້ງ ໄຊຍະ ວົງ ໄດ້ພ້ອມກັບຫມູ່ຄະນະ ນໍາເອົາກອງພັນທີ 4 ແລະ ທີ 6 ເຂົ້າຮ່ວມ ກັບກໍາລັງເປັນກາງຮັກຊາດ.
  • ປີ 1965 ຖືກໄປຮຽນທິດສະດີການເມືອງຢູ່ ສສ ຫວຽດນາມ.
  • ປີ 1964 – 1972 ຖືກແຕ່ງຕັ້ງຢູ່ໃນຄະນະບັນຊາ ຄະນະກໍາລັງເປັນກາງຮັກຊາດ ທີ່ຊຽງຂວາງ.
  • ປີ 1972 – 1975 ຖືກແຕ່ງຕັ້ງຢູ່ໃນຄະນະເຈລະຈາຂອງຝ່າຍບັນດາກໍາລັງຮັກຊາດທີ່ວຽງຈັນ ແລະ ຄະນະປະສົມສູນກາງປະຕິບັດສັນຍາ.
  • ປີ 1975 ຖືກແຕ່ງຕັ້ງໃຫ້ຮັບຜິດຊອບວຽກງານອົບຮົມທະຫານ, ຕໍາຫຼວດ ແລະ ລັດຖະບານຝ່າຍວຽງຈັນ
  • ປີ 1976 ເດືອນ 8 ວັນທີ່ 16 ໄດ້ເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ
  • ປີ 1977 ຖືກແຕ່ງຕັ້ງ ຮັບຜິດຊອບເປັນຫົວຫນ້າກົມຊ່າງແສງ ກະຊວງປ້ອງກັນປະເທດ.
  • ປີ 1980 ຖືກໄປຮຽນບໍາລຸງຊີ້ນໍາບັນຊາດ້ານຊ່າງແສງຢູ່ສະຫະພາບໂຊວຽດ ພາຍຫຼັງກັບມາກໍ່ຖືກຮັບຜິດຊອບກົມຊ່າງແສງ ກະຊວງປ້ອງກັນປະເທດ ແລະ ໄດ້ຮັບການປະດັບຊັ້ນພັນເອກ.
  • ປີ 1984 – 1998 ຖືກແຕ່ງຕັ້ງເປັນປະທານກຸ່ມບໍລິສັດພັດທະນາພູດອຍ ກະຊວງປ້ອງກັນປະເທດ.
  • ປີ 1986 ໄດ້ຮັບການເລື່ອນຊັ້ນ ພົນຈັດຕະວາ.
  • ປີ 1998 – 1999 ຖືກແຕ່ງຕັ້ງເປັນ ລັດຖະມົນຕີຊ່ວຍວ່າການ ສໍານັກງານນາຍົກ, ຮັບຜິດຊອບຊີ້ນໍາວຽກງານການທ່ອງທ່ຽວແຫ່ງຊາດ.
  • ປີ 1999 – 2000 ຖືກແຕ່ງຕັ້ງເປັນ ລັດຖະມົນຕີຊ່ວຍວ່າການ ກະຊວງການຄ້າ ແລະທ່ອງທ່ຽວ, ຮັບຜິດຊອບວຽກງານການທ່ອງທ່ຽວແຫ່ງຊາດ.
  • ປີ 2002 ຍ້ອນສຸຂະພາບ ແລະ ອາຍຸກະສຽນ ສະຫາຍໄດ້ຂໍອອກພັກຜ່ອນຮັບບໍານານ ຕາມນະໂຍບາຍຂອງພັກ – ລັດ.

ພາຍຫຼັງອອກພັກການ – ຮັບເບ້ຍບໍານານແລ້ວກໍ່ໄດ້ຖືກມອບຫມາຍໃຫ້ເປັນທີ່ປຶກສາດ້ານເສດຖະກິດ ແລະ ການທ່ອງທ່ຽວ ແຂວງຄໍາມ່ວນ.

ສະຫາຍ ພົນຈັດຕະວາ ແຈ້ງ ໄຊຍະວົງ ແມ່ນຜູ້ຫນຶ່ງທີ່ໄດ້ຮັບການສຶກສາຮ່ຳຮຽນຍຸດທະສາດການທະຫານຢູ່ໃນລະບອບເກົ່າແຕ່ສະຫາຍກໍ່ເຫັນໄດ້ທາດແທ້ຄວາມໂຫດຮ້າຍປ່າເຖື່ອນຂອງລະບອບ ການປົກຄອງ ຊຶ່ງຢູ່ພາຍໃຕ້ລະບອບລ່າເມືອງຂື້ນຂອງຕ່າງດ້າວ – ສະຫາຍພ້ອມດ້ວຍຫມູ່ເພື່ອນຈໍານວນຫນຶ່ງໄດ້ຕັດສີນໃຈເຂົ້າຮ່ວມຂະບວນການປະຕິວັດ ແລະ ມີນໍ້າໃຈເດັດດ່ຽວ ຫມຽວແຫມ້ນເຂົ້າຮ່ວມກັບ ນັກປະຕິວັດພ້ອມກັນຕໍ່ສູ້ກັບສັດຕູຢ່າງພິລະອາດຫານໃນຫຼາຍບັ້ນຮົບທີ່ສໍາຄັນໃນຜ່ານມາເຊັ່ນ: ບັ້ນຮົບ ປົດປ່ອຍນາຊຽງ, ພູສະບົດ ຫ້ວຍລຸນ, ເມືອງງານ, ເມືອງຝັ້ນ, ເມືອງສຸ້ຍ, ພູຄູນ, ກາສີ ແລະ ອື່ນໆ.

ສະຫາຍ ພົນຈັດຕະວາ ແຈ້ງ ໄຊຍະວົງ ເປັນນັກຮົບປະຕິວັດຜູ້ຫນຶ່ງທີ່ອົງອາດກ້າຫານ ຕໍ່ສູ້ກັບສັດຕູໃນສະໄຫມສົງຄາມ ຕ້ານກັບຈັກກະພັດຜູ້ຮຸກຮານ. ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ ສະຫາຍໄດ້ປະຕິບັດ ຕາມການມອບຫມາຍຂອງຂັ້ນເທິງ ໂດຍສະເພາະແມ່ນພັດທະນາເຂດພູດອຍຫຼັກ 20 ຊຶ່ງເປັນເຂດຫຍຸ້ງຍາກ – ທຸລະການດານ ຈົນສາມາດສ້າງໃຫ້ເຂດດັ່ງກ່າວ ກາຍເປັນຕົວເມືອງນ້ອຍ ຢູ່

ສະຫາຍ ພົນຈັດຕະວາ ແຈ້ງ ໄຊຍະວົງ ແມ່ນພະນັກງານການນໍາທີ່ມີແບບແຜນນໍາພາທີ່ດີ, ມີຄວາມສາມັກຄີເປັນເອກະພາບພາຍໃນພັກ, ພາຍໃນກົມກອງ ແລະ ຍືດຫມັ້ນໃນອຸດົມການປະຕິວັດ ອັນສູງສົ່ງ ໃນພາລະກິດປົດປ່ອຍຊາດ ແລະ ປົກປັກຮັກສາລະບອບໃຫມ່.

ສະຫາຍ ພົ/ວ ແຈ້ງ ໄຊຍະວົງ ເປັນພະນັກງານການນໍາທີ່ເອົາໃຈໃສ່ ສຶກສາອົບຮົມພະນັກງານ, ປະຊາຊົນ ແລະ ລູກ, ຫຼານໃຫ້ກາຍເປັນພົນລະເມືອງທີ່ດີ ຂອງພັກ – ລັດ.

ດ້ວຍຜົນງານ ແລະຄຸນງານຄວາມດີທີ່ສະແດງອອກເຖິງຄຸນສົມບັດສິນທໍາປະຕິວັດ ແລະ ຄວາມຮັກແພງເຊື້ອຊາດ ສະຫາຍຈຶ່ງໃຫ້ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມເຄົາລົບຮັກ ຈາກພະນັກ ງານ – ສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າຢ່າງກ້ວາງຂວາງ, ພັກ ແລະ ລັດຖະບານ ຈຶ່ງໄດ້ຍ້ອງຍໍ ສັນລະເສີນດ້ວຍການປະດັບຫຼຽນໄຊ, ຫຼຽນກາປະເພດຕ່າງໆ ໃຫ້ແກ່ສະຫາຍດັ່ງນີ້:

  • ຫຼຽນໄຊອິດສະຫຼະຊັ້ນ II ຈຳນວນ 1 ຫນ່ວຍ.
  • ຫຼຽນໄຊອິດສະຫຼະຊັ້ນ III ຈຳນວນ 4 ຫນ່ວຍ.
  • ຫຼຽນໄຊຊະນະເລີດຊັ້ນ II ຈຳນວນ 1 ຫນ່ວຍ.
  • ຫຼຽນໄຊແຮງງານຊັ້ນ II ຈຳນວນ 2 ຫນ່ວຍ.
  • ຫຼຽນໄຊແຮງງານຊັ້ນ III ຈຳນວນ 4 ຫນ່ວຍ.
  • ຫຼຽນໄຊພິລະອາດຫານຊັ້ນ II ຈຳນວນ 1 ຫນ່ວຍ.
  • ຫຼຽນໄຊພິລະອາດຫານຊັ້ນ III ຈຳນວນ 1 ຫນ່ວຍ.
  • ຫຼຽນກາຕ້ານອາເມລິກາ ຈຳນວນ 1 ຫນ່ວຍ.
  • ຫຼຽນກາລະນຶກ 50 ປີວັນສ້າງຕັ້ງກອງທັບ ຈຳນວນ 1 ຫນ່ວຍ.
  • ຫຼຽນກາລະນຶກ 60 ປີວັນສ້າງຕັ້ງກອງທັບ ຈຳນວນ 1 ຫນ່ວຍ
  • ນອກຈາກນັ້ນ ຍັງໄດ້ຮັບໃບຍ້ອງຍໍຕ່າງໆອີກຈໍານວນຫນຶ່ງ.

ຕະຫຼອດໄລຍະທີ່ສຸຂະພາບຮ່າງກາຍຂອງ ສະຫາຍ ພົນຈັດຕະວາ ແຈ້ງ ໄຊຍະວົງ ຊຸດໂຊມ ແລະ ເຈັບ ເປັນການຈັດຕັ້ງພ້ອມດ້ວຍຄອບຄົວຍາດຕິພີ່ນ້ອງ, ແພດຫມໍກໍ່ໄດ້ເອົາໃຈໃສ່ເບິ່ງ ແຍງຢ່າງ

Exit mobile version