
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ
ກະຊວງຖະແຫຼງຂ່າວ – ວັດທະນະທຳ
ເລກທີ 360/ຖວ
ວັນທີ 24/8/2004
ຂໍ້ກໍານົດ ວ່າດ້ວຍພາລະບົດບາດ, ການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງສະໂມສອນສົ່ງເສີມສີລະປະວັດທະນະທำລາວບັນດາເຜົ່າ
- ອີງໃສ່ຂໍ້ກຳນົດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມວັດທະນະທຳມະຫາຊົນສະບັບ ເລກທີ 533/ຖວ ລົງວັນທີ 03/12/1999 ຂອງລັດທະມົນຕີວ່າການກະຊວງຖະແຫຼງຂ່າວ – ວັດທະນະທຳ
- ອີງໃສ່ຂໍ້ກຳນົດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມສີລະປະກຳ ສະບັບເລກທີ 534 /ຖວ ລົງວັນທີ 03/12/1999 ຂອງລັດຖະມົນຕີວ່າການກະຊວງຖະແຫຼງຂ່າວ – ວັດທະນະທຳ
- ອີງຕາມການຕົກລົງຂອງທ່ານລັດຖະມັນຕີວ່າການກະຊວງຖະແຫຼງຂ່າວ – ວັດທະນະທຳ ສະບັບເລກທີ 158/ຖວ ລົງວັນທີ 2/04/2004 ວ່າດ້ວຍການສ້າງຕັ້ງສະໂມສອນສົ່ງເສີມສີລະປະ ວັດທະນະທຳລາວບັນດາເຜົ່າ
- ອີງຕາມການຄົ້ນຄົ້ວາເປັນເອກະພາບຂອງກົມວິຊາການ ແລະ ການສະເຫນີຂອງທ່ານ ແຈ້ງ ໄຊຍະວົງ ຜູ້ຮັບຜິດຊອບສະໂມສອນສົ່ງເສີມສິລະປະວັດທະນະທຳລາວບັນດາເຜົ່າ
ລັດຖະມົນຕີອອກຂໍ້ກໍານົດ ຫມວດທີ I : ວ່າດ້ວຍທີ່ຕັ້ງ ແລະ ພາລະບົດບາດ
ມາດຕາ 1.
ສະໂມສອນສົ່ງເສີມສີລະປະວັດທະນະທຳລາວບັນດາເຜົ່າຂຽນຊື່ຫຍໍ້ ( ສ.ວ.ຜ. ) ແມ່ນກະຊວງຖະແຫຼງຂ່າວ – ວັດທະນະທຳ ອອກຂໍ້ຕົກລົງສະບັບເລກທີ 158/ຖວ ລົງວັນທີ 2/04/2004 ຢ່າງເປັນທາງການ.
ມາດຕາ 2.
ເປັນອົງກອນຫນື່ງທີ່ຂື້ນກັບ ແລະ ຢູ່ພາຍໃຕ້ການຊີ້ນໍາ ນໍາພາໂດຍກົງ ຂອງກະຊວງຖະແຫຼງຂ່າວ – ວັດທະນະທຳ ທາງດ້ານມະຫາພາກໂດຍຜ່ານຕາມຂັ້ນຕອນຊີ້ນຳທາງດ້ານວິຊາການຂອງກົມວິຊາການ ( ວ.ມ.ຊ.+ ສ.ປ.ກ. ).
ມາດຕາ 3.
ມີສຳນັກງານປະຈຳການເປັນຂອງຕົນເອງ ແລະ ກຸ້ມຕົນເອງທາງດ້ານງົບປະມານ.
ມາດຕາ 4.
ມີພາລະບົດບາດເຄື່ອນໄຫວທາງດ້ານຈຸລະພາກໃນການສົ່ງເສີມສີລະປະວັດທະນະທຳລາວ ບົນພື້ນຖານດຳເນີນການຈັດຕັ້ງ ປະຕິບັດຖືກຕ້ອງຕາມແນວທາງນະໂຍບາຍຂອງພັກ ກົດຫມາຍແຫ່ງລັດ ຂໍ້ກຳນົດກົດລະບຽບຕ່າງໆ ຂອງວິຊາການ ( ກົມ ວ.ມ.ຊ. + ສ.ປ.ກ. )
ຫມວດທີ II ວ່າດ້ວຍຫນ້າທີ່ ແລະ ຂອບເຂດສິດ
ມາດຕາ 5.
ສະໂມສອນສົ່ງເສີມສີລະປະວັດທະນະທຳລາວບັນດາເຜົ່າ ມີຫນ້າທີ່ດັ່ງນີ້ :
- ຄົ້ນຄົ້ວາວາງແຜນການກຳນົດທິດທາງ, ເນື້ອໃນ, ຮູບການ ແລະ ວິທີການ ໃນການພັດທະນາ ແລະ ເຄື່ອນໄຫວວຽກງານຢ່າງຮອບດ້ານໃນແຕ່ລະໄລຍະ, ໃຫ້ສອດຄ່ອງກັບລະດັບການຂະຫຍາຍຕົວທາງດ້ານວິທະຍາສາດ ເຕັກໂນໂລຢີ.
- ສົ່ງເສີມການອະນຸລັກຮັກສາ ແລະ ພັດທະນາສີລະປະວັດທະນະທຳ ທີ່ເປັນເອກະລັກ ແລະ ມູນເຊື້ອອັນດີງາມ ຂອງລາວບັນດາເຜົ່າໃຫ້ມີຄວາມຈະເລີນສີວິໄລ ຂື້ນເລື້ອຍໆ ແລະ ມີການ ດຳລົງຄົງຢູ່ ຄຽງຄູ່ກັບ ສປປ. ລາວ.
- ປະສານສົມທົບກົມກຽວ ແລະ ຕິດພັນລະຫ່ວາງການໂຄສະນາ ເຜີຍແຜ່ພາບພົດອັນດີງາມທາງການເມືອງ, ເສດຖະກິດ, ວັດທະນະທຳສັງຄົມ ກັບການໂຄສະນາເຜີຍແຜ່ ທ່າແຮງ ແລະ ຄວາມອາດສາມາດ ຂອງການທ່ອງທ່ຽວລາວ ທາງດ້ານທຳມະຊາດ ວັດທະນະທຳ ແລະ ທາງດ້ານປະຫວັດສາດອອກສູ່ນາໆ ຊາດ ໃຫ້ຮູ້ຢ່າງກ້ວາງຂວາງ ໂດຍມີສິ່ງທີ່ສົນໃຈດຶງດູດນັກທ່ອງທ່ຽວ ໃຫ້ເຂົ້າມາທ່ຽວຫຼາຍຂື້ນ.
- ເອົາສະໂມສອນນີ້ ເປັນສູນກຳລັງແຮງສັງລວມແຫ່ງການປະດິດຄິດແຕ່ງຂອງນັກສິນລະປິນ ນັກປະພັນ ທັງຜູ້ອາວຸໂສ, ຜູ້ຊ່ຽວຊານ, ຊາວຫນຸ່ມເຍົາວະຊົນ ຜູ້ມີພອນສະຫວັນໃນດ້ານນີ້ ແລະ ເອົາສະໂມສອນນີ້ເປັນສູນແລກປ່ຽນ ສຶກສາຄົ້ນຄົ້ວາ ສຳມະນາປາຖະກະຖາ, ຝຶກອົບຮົມສ້າງຂະບວນການ, ສ້າງເທດສະການຕ່າງໆ ທາງດ້ານສີລະປະ ວັນນະຄະດີ, ທາງດ້ານວັດທະນະທໍາ ການກິລາ ແລະ ຈັດງານຕ່າງໆ ຕາມແຕ່ລະໂອກາດທີ່ເຫມາະສົມ.
- ສົ່ງເສີມການຜະລິດ, ສີລະປະວັດທະນະທຳ, ຜະລິດຕະພັນຫັດຖະກຳສີໄມລາຍມື ລວດລາຍ ລາວບັນດາເຜົ່າ ແລະ ຜະລິດຕະພັນສີລະປະຕົ້ນຕໍຂອງພື້ນບ້ານເມືອງລາວ ບັນດາເຜົ່າເພື່ອວາງ ສະແດງໂຄສະນາ ແລະ ເປັນສິນຄ້າທີ່ລະນຶກ ເພື່ອຈຳຫນ່າຍ ແລະ ຊົມໃຊ້.
- ສ້າງສູນຂໍ້ມູນຂ່າວສານເພື່ອໂຄສະນາເຜີຍແຜ່ສີລະປະວັດທະນະທຳລາວບັນດາເຜົ່າເຊີ່ງປະກອບດ້ວຍ:
- ຫ້ອງວາງສະແດງຮູບພາບ ແລະ ຜະລິດຕະພັນຕ່າງໆ ທາງດ້ານວັດທະນະທໍາ, ວັນນະຄະດີ ເປັນເອກະລັກ ແລະ ມູນເຊື້ອຂອງປະຊາຊົນລາວບັນດາເຜົ່າ.
- ມີຫ້ອງອັດສຽງ ເຄື່ອງອັດສຽງທີ່ໄດ້ມາດຕະຖານເປັນຢ່າງດີເພື່ອບັນທຶກສຽງຮ້ອງລຳທຳນອງເສບຕ່າງໆ ສ້າງໃຫ້ມີ ກະແຊັດ, ຊີດີ, ວີຊີດີ ເພື່ອນໍາອອກຈຳຫນ່າຍ ແລະ ນຳໃຊ້ທົ່ວສັງຄົມ ແລະ ນຳອອກໂຄສະນາຢູ່ຕ່າງປະເທດ.
- ມີວົງດົນຕີພື້ນເມືອງລາວບັນດາເຜົ່າ ແລະ ລາວສະໄຫມເປັນຂອງສະໂມສອນເອງເພື່ອອະນຸລັກ ຮັກສາໄວ້ເຊີ່ງມີສີລະປະດົນຕີທີ່ມີເອກະລັກພື້ນເມືອງລາວບັນດາເຜົ່າທີ່ມີມູນເຊື້ອໃຫ້ດຳລົງຄົງຢູ່ ແລະ ພັດທະນາໃຫ້ກ້າວຫນ້າຂື້ນເລື້ອຍໆ ທັງເປັນພະຫານະໂຄສະນາເຜີຍແຜ່ສີລະປະດົນຕີພື້ນເມືອງລາວບັນດາເຜົ່າ ສ້າງຈິດສຳນຶກຂອງຊາວຫນຸ່ມເຍົາວະຊົນ ຫັນມານິຍົມຊົມຊອບສີລະ ປະພື້ນເມືອງລາວ ແລະ ຫ່າງເຫີນຈາກຂອງຕ່າງຊາດ ເປັນແຕ່ລະກ້າວ.
- ມີຫນ້າທີ່ດຳເນີນການເຄື່ອນໄຫວ ແລກປ່ຽນສີລະປະວັດທະນະທຳກັບຕ່າງປະເທດສະເພາະ ຢ່າງຍິ່ງກັບບັນດາປະເທດເພື່ອນບ້ານໄກ້ຄຽງ ເປັນຕົ້ນໃນງານສິລະປະວັດທະນະທຳສອງຝັ່ງ ຂອງງານສີລະປະວັດທະນະທຳຂອງບັນດາປະເທດລຸ່ມແມ່ນ້ຳຂອງຫຼືຢູ່ໃນບັນດາປະເທດ ກຸ່ມອາຊ່ຽນ ຫຼື ໃນການໄປຮ່ວມງານດັ່ງກ່າວ ຂອງຕ່າງປະເທດຕາມການຜູກພັນ ແລະ ຮັບບັດເຊີນພ້ອມກັນນີ້ ກໍ່ເຊື້ອເຊີນເອົານັກສິນລະປິນ ນັກສະແດງຂອງບັນດາປະເທດເຫຼົ່ານັ້ນ ເຂົ້າຮ່ວມງານດັ່ງກ່າວ ຢູ່ລາວຕາມແຕ່ລະໂອກາດ ທີ່ເຫມາະສົມຕາມລະບຽບການ ແລະ ຕາມອະນຸມັດ ເປັນທາງການຈາກການຈັດຕັ້ງທີ່ກ່ຽວຂ້ອງ ຂອງລັດຖະບານ ແລະ ທ້ອງຖິ່ນ.
- ດຳເນີນການຜູກພັນຂົນຂວາຍ ດຶງດູກແລ່ງທຶນຈາກພາຍໃນ ແລະ ຕ່າງປະເທດເພື່ອນບ້ານ ມາອະນຸລັກຮັກສາ ແລະພັດທະນາກິດຈະກຳດ້ານນີ້ ໃຫ້ມີຄວາມກ້າວຫນ້າສີວິໄລຂື້ນເລື້ອຍໆ ຮ່ວມກັນອານຸລັກຮັກສາ ສົ່ງເສີມ ແລະ ພັດທະນາສີລະປະດົນຕີພື້ນເມືອງລາວ ບັນດາເຜົ່າທັງປະສານສົມທົບກັບວົງດົນຕີສາກົນ ( ຈັງຫວະຂັບລຳທ້ອງຖິ່ນ ແລະ ເພັງລາວສະໄຫມ ) ຕາມຄວາມຮຽກຮ້ອງຕ້ອງການຂອງຕະຫຼາດ ແຕ່ຕ້ອງຢຶດຫມັ້ນໃນ 3 ຫຼັກການຄື: ລັກຊະນະຊາດ, ລັກຊະນະກ້າວຫນ້າ, ລັກຊະນະມະຫາຊົນ
- ມີຫນ້າທີ່ປະກອບສ່ວນສ້າງວຽກເຮັດງານທຳແກ່ສັງຄົມສະເພາະຢ່າງຍິ່ງ ນັກສີລະປີນ, ນັກສະແດງ, ບັນດາຄູອາຈານ, ນັກດົນຕີ, ຜູ້ຜະລິດຕ່າງໆ ທີ່ກ່ຽວພັນຜູ້ຊ່ຽວຊານ, ອາວຸດໂສ, ຊາວຫນຸ່ມ ເຍົາວະຊົນ ແລະ ອື່ນໆ ໃຫ້ເຂົ້າຮ່ວມມີອາຊີບຫຼັກ ແລະ ຢືນຍົງ.
- ຜູກພັນກັບບັນດາຫົວຫນ່ວຍວິສາຫະກິດ ແລະ ບຸກຄົນທີ່ກ່ຽວພັນເພື່ອເຂົ້າເປັນສະມາຊິກ ຮ່ວມກັນພັດທະນາສິລະປະ ວັດທະນະທໍາລາວບັນດາເຜົ່າ ໃຫ້ຈະເລີນກ້າວຫນ້າຂື້ນເລື້ອຍໆ.
- ສ.ວ.ຜ. ມີສຳນັກງານ ຫຼື ຕົວແທນຂອງຕົນຢູ່ໃນບາງເຂດ ແຂວງ ທີ່ເຫັນວ່າເປັນເປົ້າຫມາຍ
ມາດຕາ 6.
ສະໂມສອນສົ່ງເສີມສິນລະປະ – ວັດທະນະທຳລາວບັນດາເຜົ່າ ( ສ.ວ.ຜ. ) ມີສິດດັ່ງນີ້:
- ມີສິດປະສານສົມທົບກັບພາກສ່ວນການຈັດຕັ້ງ ທັງພາກລັດ ແລະ ເອກະຊົນເພື່ອເຄື່ອນໄຫວ ເຮັດຫນ້າທີ່ຂອງຕົນ ໃຫ້ສຳເລັດຜົນ ແລະ ມີສິດຜູກພັນກັບບັນດາຫົວຫນ່ວຍວິສາຫະກິດ ແລະ ບຸກຄົນທີ່ກ່ຽວພັນເພື່ອເຂົ້າຮ່ວມເປັນສະມາຊິກ ສ.ວ.ຜ. ( ສາມັນ, ວິສາມັນ, ຮ່ວມສໍາພັນ ຫຼື ຮ່ວມມື, ເຄືອຄ່າຍ. )
- ຄົ້ນຄົ້ວາອອກຂໍ້ກຳນົດ ກົດລະບຽບ ສະເພາະຂອງຕົນ ( ສ.ວ.ຜ.) ເພື່ອຄຸ້ມຄອງການເຄື່ອນໄຫວ ບໍລິຫານງານ ສ.ວ.ຜ. ແລະ ກວດກາພະນັກງານ ທີ່ປະຕິບັດຫນ້າທີ່ວຽກງານຕ່າງໆ ທີ່ຂື້ນກັບ ຄວາມຮັບຜິດຊອບຂອງຕົນ.
- ຕົກລົງພົວພັນ ແລະ ສັນຍາຮັບງານສະແດງທຸລະກິດຕ່າງໆ ທີ່ບໍ່ຜິດກັບກົດຫມາຍຂໍ້ກໍານົດ ກົດລະບຽບຕ່າງໆ ຂອງ ສ.ປ.ປ. ລາວ.
- ພົວພັນ ແລກປ່ຽນບົດຮຽນ ແລະ ຮ່ວມມືກັບທຸກພາກສ່ວນການຈັດຕັ້ງຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ ໃນດ້ານວຽກງານສິນລະປະວັດທະນະທຳ ຕາມການເຫັນດີຂອງກົມວິຊາການ ແລະ ທ່ານລັດຖະມົນຕີກະຊວງຖະແຫຼງຂ່າວ – ວັດທະນະທຳ.
- ສະເຫນີຄໍາຄິດຄໍາເຫັນຕໍ່ຂັ້ນເທິງ ທີ່ພົວພັນເຖິງວຽກງານຂອງຕົນ
ຫມວດທີ III ວ່າດ້ວຍໂຄງປະກອບບຸກຄະລາກອນ ແລະ ກົງຈັກການຈັດຕັ້ງ
ມາດຕາ 7.
ວ່າດ້ວຍໂຄງປະກອບບຸກຄະລາກອນ ແລະ ຕຳແຫນ່ງງານ ( ຄະນະບໍລິຫານງານ ສ.ວ.ຜ. ) ສະໂມສອນສົ່ງເສີມສີລະປະວັດທະນະທຳລາວບັນດາເຜົ່າ ປະກອບດ້ວຍປະທານ 1 ທ່ານ ຮອງປະທານ ແລະ ກຳມະການ ຈຳນວນ ນື່ງຕາມຄວາມເຫມາະສົມ ຂອງຫນ່ວຍງານຕົວຈິງ ໂດຍໄດ້ຮັບການແຕ່ງຕັ້ງ ແລະ ປົດຕໍາແຫນ່ງຈາກລັດຖະມົນຕີ ເຊີ່ງແມ່ນປະທານສະໂມສອນ ເປັນຜູ້ຄົ້ນຄົ້ວາ ແລະ ສະເຫນີຜົນສຽງສ່ວນຫຼາຍ ຈາກກອງປະຊຸມໃຫຍ່ຂອງບັນດາຕົວແທນສະມາຊິກສາມັນ ສ.ວ.ຜ.
ຮອງປະທານ ມີຫນ້າທີ່ຊ່ວຍປະທານໃນການຄຸ້ມຄອງນໍາພາວຽກງານຮອບດ້ານຂອງສະໂມສອນ ແລະ ວ່າການແທນປະທານ ໃນເວລາບໍ່ຢູ່ ແລະ ລົງເລິກວຽກງານໃດນື່ງຕາມການມອບຫມາຍຂອງປະທານ ກຳມະການຂອງຄະນະບໍລິຫານງານຮັບມອບຫມາຍ ລົງຮັບຜິດຊອບຊີ້ນ ຫຼື ຫົວຫນ້າແຕ່ລະຂະແຫນງການ.
ມາດຕາ 8.
ວ່າດ້ວຍໂຄງປະກອບການຈັດຕັ້ງ ( ຂະແຫນງການ ແລະ ຫນ່ວຍງານຕ່າງໆ ). ສະໂມສອນສົ່ງເສີມສີລະປະວັດທະນະທຳ ປະກອບດ້ວຍບັນດາຂະແຫນງການ ແລະ ຫນ່ວຍງານຕ່າງໆ ຄື:
- ບັນດາຂະແຫນງການຄຸ້ມຄອງ ບໍລິຫານງານຝ່າຍວິຊາການ ແລະ ບໍລິການ
- ບັນດາຫົວຫນ່ວຍວິສາຫະກິດຂື້ນກັບ.
- ບັນດາຫົວຫນ່ວຍວິສາຫະກິດ ທີ່ເປັນສະມາຊິກ (ສາມັນ, ວິສາມັນ, ຮ່ວມສຳພັນ, ຮ່ວມມື, ເຄືອຄ່າຍ)
ມາດຕາ 9.
ຫນ້າທີ່ລວມຂອງແຕ່ລະຂະແຫນງການ ແລະ ຫນ່ວຍງານ. ( ເອົາຕາມການສະເຫນີຂອງສະໂມສອນ ທີ່ໄດ້ຂັດຕິດມາພ້ອມນີ້ ).
ຫມວດທີ IV ວ່າດ້ວຍລະບອບວິທີເຮັດວຽກ
ມາດຕາ 10.
ສະໂມສອນສົ່ງເສີມສິລະປະວັດທະນະທຳລາວບັນດາເຜົ່າ ( ສ.ວ.ຜ. ) ເຄື່ອນໄຫວເຮັດວຽກງານຕາມຫຼັກການຕໍ່ໄປນີ້:
- ບັນດາການເຄື່ອນໄຫວຂອງສະໂມສອນຕ້ອງໄດ້ຢຶດຫມັ້ນຕໍ່ແນວທາງນະໂຍບາຍຂອງພັກ ເຄື່ອນໄຫວເຮັດວຽກໃຫ້ຖືກຕ້ອງ ຕາມລະບຽບກົດຫມາຍຂອງລັດ ແລະຢູ່ພາຍໄຕ້ການຊີ້ນໍາຂອງກົມວິຊາການ ກະຊວງຖະແຫຼງຂ່າວ – ວັດທະນະທຳ
- ເພື່ອເຄື່ອນໄຫວເຮັດວຽກຕາມຫຼັກການລວມສູນປະຊາທິປະໄຕ, ລວມສູນເປັນຫມູ່ຄະນະ ມອບຫນາຍໃຫ້ບຸກຄົນຮັບຜິດຊອບ.
- ເຄື່ອນໄຫວວຽກງານຕ້ອງມີແຜນການ, ໂຄງການມີກຳນົດເວລາການຈັດຕັ້ງປະຕິບັດ ຕ້ອງມີການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ, ມີການຕິດຕາມກວດກາດັດແປງແກ້ໄຂ ແລະ ສະຫຼຸບຖອດຖອນບົດຮຽນຢ່າງເປັນປົກກະຕິ.
- ຕ້ອງແບ່ງປັນມອບຫນາຍວຽກງານ ໃຫ້ແກ່ແຕ່ລະພາກສ່ວນ ແລະ ບຸກຄົນຮັບຜິດຊອບຢ່າງລະອຽດ ມອບຫມາຍວຽກງານຕ້ອງຕິດພັນກັບການມອບສິດ ແລະ ນະໂຍບາຍຢ່າງຈະແຈ້ງ, ສ້າງເງື່ອນໄຂບຸກຄົນ ເສີມຂະຫຍາຍຫົວຄິດປະດິດສ້າງ ແລະ ຍົກສູງຄວມຮັບຜິດຊອບຂອງຕົນ ແລະຕີຖອຍແນວຄິດເກື້ອກູນ.
- ປະຕິບັດລະບອບປະຊຸມ ສ່ອງແສງລາຍງານຂັ້ນເທິງເປັນປົກກະຕິ ແລະທັນກັບເວລາ
- ເປີດກອງປະຊຸມສຳຫຼວດກວດກາ ປະຈຳເດືອນ, ປະຈຳ 3 ເດືອນ, ປະຈຳ 6 ເດືອນ ແລະ ປະຈຳປີ ເພື່ອຊັ່ງຊາຕີລາຄາຖອດຖອນບົດຮຽນ ແລະ ແນໃສ່ບັບປຸງວຽກງານ, ແບບແຜນວິທີເຮັດວຽກ ໃຫ້ດີຂື້ນເປັນກ້າວໆ ແລະ ເສີມຂະຫຍາຍຈຸດດີ
- ດຳເນີນການເຄື່ອນໄຫວຖືກຕ້ອງ ແລະ ເຂັ້ມງວດຕາມຂໍ້ກຳນົດວ່າດ້ວຍ ພາລະບົດບາດ ການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ສ.ວ.ຜ. ທີ່ໄດ້ກໍານົດໄວ້ ໃນຂໍ້ກຳນົດສະບັບນີ້ ແລະ ກົດລະບຽບສະເພາະຂອງ ສ.ວ.ຜ. ໃນການເຄື່ອນໄຫວຄຸ້ມຄອງ ແລະ ບໍລິຫານ ສ.ວ.ຜ. ທີ່ໄດຜ່ານການອະນຸມັດ ນາໍໃຊ້ ເປັນທາງການຈາກກະຊວງຖະແຫຼງຂ່າວ – ວັດທະນະທຳ
ຫມວດທີ V ຂໍ້ບັນຍັດສຸດທ້າຍ
ມາດຕາ 11.
ສະໂມສອນສົ່ງເສີມສີລະປະວັດທະນະທຳລາວບັນດາເຜົ່າ ມີກາປະທັບ ເປັນຂອງຕົນເອງ ເພື່ອນໍາໃຊ້ເຂົ້າໃນວຽກງານ ຂອງສະໂມສອນຢ່າງເປັນທາງການ ( ຕົວຢ່າງຢູ່ຂ້າງຫຼັງ )
ມາດຕາ 12.
ມອບໃຫ້ ສະໂມສອນ (ສ.ວ.ຜ.) ແລະ ທຸກພາກສ່ວນກ່ຽວຂ້ອງຮັບຮູ້ ແລະ ຈັດຕັ້ງປະຕິບັດຢ່າງເຂັ້ມງວດ
ມາດຕາ 13.
ຂໍ້ກຳນົດສະບັບນີ້ມີຜົນສັກສິດ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ

ພັນດວງຈິດ ວົງສາ
ລັດຖະມົນຕີວ່າການກະຊວງ
ຖະແຫຼງຂ່າວ – ວັດທະນະທໍາ (ລົງນາມ)
24/08/2004
ບ່ອນສົ່ງ :
1. ກົມຈັດຕັ້ງກະຊວງ
2. ກົມ ວ.ມ.ຊ
3. ກົມ ປ.ກ.ສ
4. ຫ້ອງການກະຊວງ
5. ເກັບມ້ຽນສາໍເນົາ
6. ກະຊວງການຄ້າ
7. ອົງການທ່ອງທ່ຽວແຫ່ງຊາດ
8. ພະແນກຖະແຫຼງຂ່າວ ວັດທະນະທຳນະຄອນຫຼວງ
ເອກກະສານອ້າງອິງ : Download