ວັນເສົາ, 19 ເດືອນເມສາ 2025
Lao National Logo

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

ກະຊວງຖະແຫຼງຂ່າວ – ວັດທະນະທຳ

ເລກທີ 360/ຖວ
ວັນທີ 24/8/2004

ຂໍ້ກໍານົດ ວ່າດ້ວຍພາລະບົດບາດ, ການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງສະໂມສອນສົ່ງເສີມສີລະປະວັດທະນະທำລາວບັນດາເຜົ່າ

  • ອີງໃສ່ຂໍ້ກຳນົດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມວັດທະນະທຳມະຫາຊົນສະບັບ ເລກທີ 533/ຖວ ລົງວັນທີ 03/12/1999 ຂອງລັດທະມົນຕີວ່າການກະຊວງຖະແຫຼງຂ່າວ – ວັດທະນະທຳ
  • ອີງໃສ່ຂໍ້ກຳນົດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມສີລະປະກຳ ສະບັບເລກທີ 534 /ຖວ ລົງວັນທີ 03/12/1999 ຂອງລັດຖະມົນຕີວ່າການກະຊວງຖະແຫຼງຂ່າວ – ວັດທະນະທຳ
  • ອີງຕາມການຕົກລົງຂອງທ່ານລັດຖະມັນຕີວ່າການກະຊວງຖະແຫຼງຂ່າວ – ວັດທະນະທຳ ສະບັບເລກທີ 158/ຖວ ລົງວັນທີ 2/04/2004 ວ່າດ້ວຍການສ້າງຕັ້ງສະໂມສອນສົ່ງເສີມສີລະປະ ວັດທະນະທຳລາວບັນດາເຜົ່າ
  • ອີງຕາມການຄົ້ນຄົ້ວາເປັນເອກະພາບຂອງກົມວິຊາການ ແລະ ການສະເຫນີຂອງທ່ານ ແຈ້ງ ໄຊຍະວົງ ຜູ້ຮັບຜິດຊອບສະໂມສອນສົ່ງເສີມສິລະປະວັດທະນະທຳລາວບັນດາເຜົ່າ

ລັດຖະມົນຕີອອກຂໍ້ກໍານົດ ຫມວດທີ I : ວ່າດ້ວຍທີ່ຕັ້ງ ແລະ ພາລະບົດບາດ

ມາດຕາ 1.

ສະໂມສອນສົ່ງເສີມສີລະປະວັດທະນະທຳລາວບັນດາເຜົ່າຂຽນຊື່ຫຍໍ້ ( ສ.ວ.ຜ. ) ແມ່ນກະຊວງຖະແຫຼງຂ່າວ – ວັດທະນະທຳ ອອກຂໍ້ຕົກລົງສະບັບເລກທີ 158/ຖວ ລົງວັນທີ 2/04/2004 ຢ່າງເປັນທາງການ.

ມາດຕາ 2.

ເປັນອົງກອນຫນື່ງທີ່ຂື້ນກັບ ແລະ ຢູ່ພາຍໃຕ້ການຊີ້ນໍາ ນໍາພາໂດຍກົງ ຂອງກະຊວງຖະແຫຼງຂ່າວ – ວັດທະນະທຳ ທາງດ້ານມະຫາພາກໂດຍຜ່ານຕາມຂັ້ນຕອນຊີ້ນຳທາງດ້ານວິຊາການຂອງກົມວິຊາການ ( ວ.ມ.ຊ.+ ສ.ປ.ກ. ).

ມາດຕາ 3.

ມີສຳນັກງານປະຈຳການເປັນຂອງຕົນເອງ ແລະ ກຸ້ມຕົນເອງທາງດ້ານງົບປະມານ.

ມາດຕາ 4.

ມີພາລະບົດບາດເຄື່ອນໄຫວທາງດ້ານຈຸລະພາກໃນການສົ່ງເສີມສີລະປະວັດທະນະທຳລາວ ບົນພື້ນຖານດຳເນີນການຈັດຕັ້ງ ປະຕິບັດຖືກຕ້ອງຕາມແນວທາງນະໂຍບາຍຂອງພັກ ກົດຫມາຍແຫ່ງລັດ ຂໍ້ກຳນົດກົດລະບຽບຕ່າງໆ ຂອງວິຊາການ ( ກົມ ວ.ມ.ຊ. + ສ.ປ.ກ. )

ຫມວດທີ II ວ່າດ້ວຍຫນ້າທີ່ ແລະ ຂອບເຂດສິດ

ມາດຕາ 5.

ສະໂມສອນສົ່ງເສີມສີລະປະວັດທະນະທຳລາວບັນດາເຜົ່າ ມີຫນ້າທີ່ດັ່ງນີ້ :

  1. ຄົ້ນຄົ້ວາວາງແຜນການກຳນົດທິດທາງ, ເນື້ອໃນ, ຮູບການ ແລະ ວິທີການ ໃນການພັດທະນາ ແລະ ເຄື່ອນໄຫວວຽກງານຢ່າງຮອບດ້ານໃນແຕ່ລະໄລຍະ, ໃຫ້ສອດຄ່ອງກັບລະດັບການຂະຫຍາຍຕົວທາງດ້ານວິທະຍາສາດ ເຕັກໂນໂລຢີ.
  2. ສົ່ງເສີມການອະນຸລັກຮັກສາ ແລະ ພັດທະນາສີລະປະວັດທະນະທຳ ທີ່ເປັນເອກະລັກ ແລະ ມູນເຊື້ອອັນດີງາມ ຂອງລາວບັນດາເຜົ່າໃຫ້ມີຄວາມຈະເລີນສີວິໄລ ຂື້ນເລື້ອຍໆ ແລະ ມີການ ດຳລົງຄົງຢູ່ ຄຽງຄູ່ກັບ ສປປ. ລາວ.
  3. ປະສານສົມທົບກົມກຽວ ແລະ ຕິດພັນລະຫ່ວາງການໂຄສະນາ ເຜີຍແຜ່ພາບພົດອັນດີງາມທາງການເມືອງ, ເສດຖະກິດ, ວັດທະນະທຳສັງຄົມ ກັບການໂຄສະນາເຜີຍແຜ່ ທ່າແຮງ ແລະ ຄວາມອາດສາມາດ ຂອງການທ່ອງທ່ຽວລາວ ທາງດ້ານທຳມະຊາດ ວັດທະນະທຳ ແລະ ທາງດ້ານປະຫວັດສາດອອກສູ່ນາໆ ຊາດ ໃຫ້ຮູ້ຢ່າງກ້ວາງຂວາງ ໂດຍມີສິ່ງທີ່ສົນໃຈດຶງດູດນັກທ່ອງທ່ຽວ ໃຫ້ເຂົ້າມາທ່ຽວຫຼາຍຂື້ນ.
  4. ເອົາສະໂມສອນນີ້ ເປັນສູນກຳລັງແຮງສັງລວມແຫ່ງການປະດິດຄິດແຕ່ງຂອງນັກສິນລະປິນ ນັກປະພັນ ທັງຜູ້ອາວຸໂສ, ຜູ້ຊ່ຽວຊານ, ຊາວຫນຸ່ມເຍົາວະຊົນ ຜູ້ມີພອນສະຫວັນໃນດ້ານນີ້ ແລະ ເອົາສະໂມສອນນີ້ເປັນສູນແລກປ່ຽນ ສຶກສາຄົ້ນຄົ້ວາ ສຳມະນາປາຖະກະຖາ, ຝຶກອົບຮົມສ້າງຂະບວນການ, ສ້າງເທດສະການຕ່າງໆ ທາງດ້ານສີລະປະ ວັນນະຄະດີ, ທາງດ້ານວັດທະນະທໍາ ການກິລາ ແລະ ຈັດງານຕ່າງໆ ຕາມແຕ່ລະໂອກາດທີ່ເຫມາະສົມ.
  5. ສົ່ງເສີມການຜະລິດ, ສີລະປະວັດທະນະທຳ, ຜະລິດຕະພັນຫັດຖະກຳສີໄມລາຍມື ລວດລາຍ ລາວບັນດາເຜົ່າ ແລະ ຜະລິດຕະພັນສີລະປະຕົ້ນຕໍຂອງພື້ນບ້ານເມືອງລາວ ບັນດາເຜົ່າເພື່ອວາງ ສະແດງໂຄສະນາ ແລະ ເປັນສິນຄ້າທີ່ລະນຶກ ເພື່ອຈຳຫນ່າຍ ແລະ ຊົມໃຊ້.
  6. ສ້າງສູນຂໍ້ມູນຂ່າວສານເພື່ອໂຄສະນາເຜີຍແຜ່ສີລະປະວັດທະນະທຳລາວບັນດາເຜົ່າເຊີ່ງປະກອບດ້ວຍ:
  • ຫ້ອງວາງສະແດງຮູບພາບ ແລະ ຜະລິດຕະພັນຕ່າງໆ ທາງດ້ານວັດທະນະທໍາ, ວັນນະຄະດີ ເປັນເອກະລັກ ແລະ ມູນເຊື້ອຂອງປະຊາຊົນລາວບັນດາເຜົ່າ.
  • ມີຫ້ອງອັດສຽງ ເຄື່ອງອັດສຽງທີ່ໄດ້ມາດຕະຖານເປັນຢ່າງດີເພື່ອບັນທຶກສຽງຮ້ອງລຳທຳນອງເສບຕ່າງໆ ສ້າງໃຫ້ມີ ກະແຊັດ, ຊີດີ, ວີຊີດີ ເພື່ອນໍາອອກຈຳຫນ່າຍ ແລະ ນຳໃຊ້ທົ່ວສັງຄົມ ແລະ ນຳອອກໂຄສະນາຢູ່ຕ່າງປະເທດ.
  1. ມີວົງດົນຕີພື້ນເມືອງລາວບັນດາເຜົ່າ ແລະ ລາວສະໄຫມເປັນຂອງສະໂມສອນເອງເພື່ອອະນຸລັກ ຮັກສາໄວ້ເຊີ່ງມີສີລະປະດົນຕີທີ່ມີເອກະລັກພື້ນເມືອງລາວບັນດາເຜົ່າທີ່ມີມູນເຊື້ອໃຫ້ດຳລົງຄົງຢູ່ ແລະ ພັດທະນາໃຫ້ກ້າວຫນ້າຂື້ນເລື້ອຍໆ ທັງເປັນພະຫານະໂຄສະນາເຜີຍແຜ່ສີລະປະດົນຕີພື້ນເມືອງລາວບັນດາເຜົ່າ ສ້າງຈິດສຳນຶກຂອງຊາວຫນຸ່ມເຍົາວະຊົນ ຫັນມານິຍົມຊົມຊອບສີລະ ປະພື້ນເມືອງລາວ ແລະ ຫ່າງເຫີນຈາກຂອງຕ່າງຊາດ ເປັນແຕ່ລະກ້າວ.
  2. ມີຫນ້າທີ່ດຳເນີນການເຄື່ອນໄຫວ ແລກປ່ຽນສີລະປະວັດທະນະທຳກັບຕ່າງປະເທດສະເພາະ ຢ່າງຍິ່ງກັບບັນດາປະເທດເພື່ອນບ້ານໄກ້ຄຽງ ເປັນຕົ້ນໃນງານສິລະປະວັດທະນະທຳສອງຝັ່ງ ຂອງງານສີລະປະວັດທະນະທຳຂອງບັນດາປະເທດລຸ່ມແມ່ນ້ຳຂອງຫຼືຢູ່ໃນບັນດາປະເທດ ກຸ່ມອາຊ່ຽນ ຫຼື ໃນການໄປຮ່ວມງານດັ່ງກ່າວ ຂອງຕ່າງປະເທດຕາມການຜູກພັນ ແລະ ຮັບບັດເຊີນພ້ອມກັນນີ້ ກໍ່ເຊື້ອເຊີນເອົານັກສິນລະປິນ ນັກສະແດງຂອງບັນດາປະເທດເຫຼົ່ານັ້ນ ເຂົ້າຮ່ວມງານດັ່ງກ່າວ ຢູ່ລາວຕາມແຕ່ລະໂອກາດ ທີ່ເຫມາະສົມຕາມລະບຽບການ ແລະ ຕາມອະນຸມັດ ເປັນທາງການຈາກການຈັດຕັ້ງທີ່ກ່ຽວຂ້ອງ ຂອງລັດຖະບານ ແລະ ທ້ອງຖິ່ນ.
  3. ດຳເນີນການຜູກພັນຂົນຂວາຍ ດຶງດູກແລ່ງທຶນຈາກພາຍໃນ ແລະ ຕ່າງປະເທດເພື່ອນບ້ານ ມາອະນຸລັກຮັກສາ ແລະພັດທະນາກິດຈະກຳດ້ານນີ້ ໃຫ້ມີຄວາມກ້າວຫນ້າສີວິໄລຂື້ນເລື້ອຍໆ ຮ່ວມກັນອານຸລັກຮັກສາ ສົ່ງເສີມ ແລະ ພັດທະນາສີລະປະດົນຕີພື້ນເມືອງລາວ ບັນດາເຜົ່າທັງປະສານສົມທົບກັບວົງດົນຕີສາກົນ ( ຈັງຫວະຂັບລຳທ້ອງຖິ່ນ ແລະ ເພັງລາວສະໄຫມ ) ຕາມຄວາມຮຽກຮ້ອງຕ້ອງການຂອງຕະຫຼາດ ແຕ່ຕ້ອງຢຶດຫມັ້ນໃນ 3 ຫຼັກການຄື: ລັກຊະນະຊາດ, ລັກຊະນະກ້າວຫນ້າ, ລັກຊະນະມະຫາຊົນ
  4. ມີຫນ້າທີ່ປະກອບສ່ວນສ້າງວຽກເຮັດງານທຳແກ່ສັງຄົມສະເພາະຢ່າງຍິ່ງ ນັກສີລະປີນ, ນັກສະແດງ, ບັນດາຄູອາຈານ, ນັກດົນຕີ, ຜູ້ຜະລິດຕ່າງໆ ທີ່ກ່ຽວພັນຜູ້ຊ່ຽວຊານ, ອາວຸດໂສ, ຊາວຫນຸ່ມ ເຍົາວະຊົນ ແລະ ອື່ນໆ ໃຫ້ເຂົ້າຮ່ວມມີອາຊີບຫຼັກ ແລະ ຢືນຍົງ.
  5. ຜູກພັນກັບບັນດາຫົວຫນ່ວຍວິສາຫະກິດ ແລະ ບຸກຄົນທີ່ກ່ຽວພັນເພື່ອເຂົ້າເປັນສະມາຊິກ ຮ່ວມກັນພັດທະນາສິລະປະ ວັດທະນະທໍາລາວບັນດາເຜົ່າ ໃຫ້ຈະເລີນກ້າວຫນ້າຂື້ນເລື້ອຍໆ.
  6. ສ.ວ.ຜ. ມີສຳນັກງານ ຫຼື ຕົວແທນຂອງຕົນຢູ່ໃນບາງເຂດ ແຂວງ ທີ່ເຫັນວ່າເປັນເປົ້າຫມາຍ 

ມາດຕາ 6.

ສະໂມສອນສົ່ງເສີມສິນລະປະ – ວັດທະນະທຳລາວບັນດາເຜົ່າ ( ສ.ວ.ຜ. ) ມີສິດດັ່ງນີ້:

  1. ມີສິດປະສານສົມທົບກັບພາກສ່ວນການຈັດຕັ້ງ ທັງພາກລັດ ແລະ ເອກະຊົນເພື່ອເຄື່ອນໄຫວ ເຮັດຫນ້າທີ່ຂອງຕົນ ໃຫ້ສຳເລັດຜົນ ແລະ ມີສິດຜູກພັນກັບບັນດາຫົວຫນ່ວຍວິສາຫະກິດ ແລະ ບຸກຄົນທີ່ກ່ຽວພັນເພື່ອເຂົ້າຮ່ວມເປັນສະມາຊິກ ສ.ວ.ຜ. ( ສາມັນ, ວິສາມັນ, ຮ່ວມສໍາພັນ ຫຼື ຮ່ວມມື, ເຄືອຄ່າຍ. )
  2. ຄົ້ນຄົ້ວາອອກຂໍ້ກຳນົດ ກົດລະບຽບ ສະເພາະຂອງຕົນ ( ສ.ວ.ຜ.) ເພື່ອຄຸ້ມຄອງການເຄື່ອນໄຫວ ບໍລິຫານງານ ສ.ວ.ຜ. ແລະ ກວດກາພະນັກງານ ທີ່ປະຕິບັດຫນ້າທີ່ວຽກງານຕ່າງໆ ທີ່ຂື້ນກັບ ຄວາມຮັບຜິດຊອບຂອງຕົນ.
  3. ຕົກລົງພົວພັນ ແລະ ສັນຍາຮັບງານສະແດງທຸລະກິດຕ່າງໆ ທີ່ບໍ່ຜິດກັບກົດຫມາຍຂໍ້ກໍານົດ ກົດລະບຽບຕ່າງໆ ຂອງ ສ.ປ.ປ. ລາວ.
  4. ພົວພັນ ແລກປ່ຽນບົດຮຽນ ແລະ ຮ່ວມມືກັບທຸກພາກສ່ວນການຈັດຕັ້ງຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ ໃນດ້ານວຽກງານສິນລະປະວັດທະນະທຳ ຕາມການເຫັນດີຂອງກົມວິຊາການ ແລະ ທ່ານລັດຖະມົນຕີກະຊວງຖະແຫຼງຂ່າວ – ວັດທະນະທຳ.
  5. ສະເຫນີຄໍາຄິດຄໍາເຫັນຕໍ່ຂັ້ນເທິງ ທີ່ພົວພັນເຖິງວຽກງານຂອງຕົນ

ຫມວດທີ III ວ່າດ້ວຍໂຄງປະກອບບຸກຄະລາກອນ ແລະ ກົງຈັກການຈັດຕັ້ງ

ມາດຕາ 7.

ວ່າດ້ວຍໂຄງປະກອບບຸກຄະລາກອນ ແລະ ຕຳແຫນ່ງງານ ( ຄະນະບໍລິຫານງານ ສ.ວ.ຜ. ) ສະໂມສອນສົ່ງເສີມສີລະປະວັດທະນະທຳລາວບັນດາເຜົ່າ ປະກອບດ້ວຍປະທານ 1 ທ່ານ ຮອງປະທານ ແລະ ກຳມະການ ຈຳນວນ ນື່ງຕາມຄວາມເຫມາະສົມ ຂອງຫນ່ວຍງານຕົວຈິງ ໂດຍໄດ້ຮັບການແຕ່ງຕັ້ງ ແລະ ປົດຕໍາແຫນ່ງຈາກລັດຖະມົນຕີ ເຊີ່ງແມ່ນປະທານສະໂມສອນ ເປັນຜູ້ຄົ້ນຄົ້ວາ ແລະ ສະເຫນີຜົນສຽງສ່ວນຫຼາຍ ຈາກກອງປະຊຸມໃຫຍ່ຂອງບັນດາຕົວແທນສະມາຊິກສາມັນ ສ.ວ.ຜ.

ຮອງປະທານ ມີຫນ້າທີ່ຊ່ວຍປະທານໃນການຄຸ້ມຄອງນໍາພາວຽກງານຮອບດ້ານຂອງສະໂມສອນ ແລະ ວ່າການແທນປະທານ ໃນເວລາບໍ່ຢູ່ ແລະ ລົງເລິກວຽກງານໃດນື່ງຕາມການມອບຫມາຍຂອງປະທານ ກຳມະການຂອງຄະນະບໍລິຫານງານຮັບມອບຫມາຍ ລົງຮັບຜິດຊອບຊີ້ນ ຫຼື ຫົວຫນ້າແຕ່ລະຂະແຫນງການ.

ມາດຕາ 8.

ວ່າດ້ວຍໂຄງປະກອບການຈັດຕັ້ງ ( ຂະແຫນງການ ແລະ ຫນ່ວຍງານຕ່າງໆ ). ສະໂມສອນສົ່ງເສີມສີລະປະວັດທະນະທຳ ປະກອບດ້ວຍບັນດາຂະແຫນງການ ແລະ ຫນ່ວຍງານຕ່າງໆ ຄື:

  1. ບັນດາຂະແຫນງການຄຸ້ມຄອງ ບໍລິຫານງານຝ່າຍວິຊາການ ແລະ ບໍລິການ
  2. ບັນດາຫົວຫນ່ວຍວິສາຫະກິດຂື້ນກັບ.
  3. ບັນດາຫົວຫນ່ວຍວິສາຫະກິດ ທີ່ເປັນສະມາຊິກ (ສາມັນ, ວິສາມັນ, ຮ່ວມສຳພັນ, ຮ່ວມມື, ເຄືອຄ່າຍ)

ມາດຕາ 9.

ຫນ້າທີ່ລວມຂອງແຕ່ລະຂະແຫນງການ ແລະ ຫນ່ວຍງານ. ( ເອົາຕາມການສະເຫນີຂອງສະໂມສອນ ທີ່ໄດ້ຂັດຕິດມາພ້ອມນີ້ ).

ຫມວດທີ IV ວ່າດ້ວຍລະບອບວິທີເຮັດວຽກ

ມາດຕາ 10.

ສະໂມສອນສົ່ງເສີມສິລະປະວັດທະນະທຳລາວບັນດາເຜົ່າ ( ສ.ວ.ຜ. ) ເຄື່ອນໄຫວເຮັດວຽກງານຕາມຫຼັກການຕໍ່ໄປນີ້:

  1. ບັນດາການເຄື່ອນໄຫວຂອງສະໂມສອນຕ້ອງໄດ້ຢຶດຫມັ້ນຕໍ່ແນວທາງນະໂຍບາຍຂອງພັກ ເຄື່ອນໄຫວເຮັດວຽກໃຫ້ຖືກຕ້ອງ ຕາມລະບຽບກົດຫມາຍຂອງລັດ ແລະຢູ່ພາຍໄຕ້ການຊີ້ນໍາຂອງກົມວິຊາການ ກະຊວງຖະແຫຼງຂ່າວ – ວັດທະນະທຳ
  2. ເພື່ອເຄື່ອນໄຫວເຮັດວຽກຕາມຫຼັກການລວມສູນປະຊາທິປະໄຕ, ລວມສູນເປັນຫມູ່ຄະນະ ມອບຫນາຍໃຫ້ບຸກຄົນຮັບຜິດຊອບ.
  3. ເຄື່ອນໄຫວວຽກງານຕ້ອງມີແຜນການ, ໂຄງການມີກຳນົດເວລາການຈັດຕັ້ງປະຕິບັດ ຕ້ອງມີການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ, ມີການຕິດຕາມກວດກາດັດແປງແກ້ໄຂ ແລະ ສະຫຼຸບຖອດຖອນບົດຮຽນຢ່າງເປັນປົກກະຕິ.
  4. ຕ້ອງແບ່ງປັນມອບຫນາຍວຽກງານ ໃຫ້ແກ່ແຕ່ລະພາກສ່ວນ ແລະ ບຸກຄົນຮັບຜິດຊອບຢ່າງລະອຽດ ມອບຫມາຍວຽກງານຕ້ອງຕິດພັນກັບການມອບສິດ ແລະ ນະໂຍບາຍຢ່າງຈະແຈ້ງ, ສ້າງເງື່ອນໄຂບຸກຄົນ ເສີມຂະຫຍາຍຫົວຄິດປະດິດສ້າງ ແລະ ຍົກສູງຄວມຮັບຜິດຊອບຂອງຕົນ ແລະຕີຖອຍແນວຄິດເກື້ອກູນ.
  5. ປະຕິບັດລະບອບປະຊຸມ ສ່ອງແສງລາຍງານຂັ້ນເທິງເປັນປົກກະຕິ ແລະທັນກັບເວລາ
  6. ເປີດກອງປະຊຸມສຳຫຼວດກວດກາ ປະຈຳເດືອນ, ປະຈຳ 3 ເດືອນ, ປະຈຳ 6 ເດືອນ ແລະ ປະຈຳປີ ເພື່ອຊັ່ງຊາຕີລາຄາຖອດຖອນບົດຮຽນ ແລະ ແນໃສ່ບັບປຸງວຽກງານ, ແບບແຜນວິທີເຮັດວຽກ ໃຫ້ດີຂື້ນເປັນກ້າວໆ ແລະ ເສີມຂະຫຍາຍຈຸດດີ
  7. ດຳເນີນການເຄື່ອນໄຫວຖືກຕ້ອງ ແລະ ເຂັ້ມງວດຕາມຂໍ້ກຳນົດວ່າດ້ວຍ ພາລະບົດບາດ ການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ສ.ວ.ຜ. ທີ່ໄດ້ກໍານົດໄວ້ ໃນຂໍ້ກຳນົດສະບັບນີ້ ແລະ ກົດລະບຽບສະເພາະຂອງ ສ.ວ.ຜ. ໃນການເຄື່ອນໄຫວຄຸ້ມຄອງ ແລະ ບໍລິຫານ ສ.ວ.ຜ. ທີ່ໄດຜ່ານການອະນຸມັດ ນາໍໃຊ້ ເປັນທາງການຈາກກະຊວງຖະແຫຼງຂ່າວ – ວັດທະນະທຳ

ຫມວດທີ V ຂໍ້ບັນຍັດສຸດທ້າຍ

ມາດຕາ 11.

ສະໂມສອນສົ່ງເສີມສີລະປະວັດທະນະທຳລາວບັນດາເຜົ່າ ມີກາປະທັບ ເປັນຂອງຕົນເອງ ເພື່ອນໍາໃຊ້ເຂົ້າໃນວຽກງານ ຂອງສະໂມສອນຢ່າງເປັນທາງການ ( ຕົວຢ່າງຢູ່ຂ້າງຫຼັງ )

ມາດຕາ 12.

ມອບໃຫ້ ສະໂມສອນ (ສ.ວ.ຜ.) ແລະ ທຸກພາກສ່ວນກ່ຽວຂ້ອງຮັບຮູ້ ແລະ ຈັດຕັ້ງປະຕິບັດຢ່າງເຂັ້ມງວດ

ມາດຕາ 13.

ຂໍ້ກຳນົດສະບັບນີ້ມີຜົນສັກສິດ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ

ພັນດວງຈິດ ວົງສາ
ລັດຖະມົນຕີວ່າການກະຊວງ

ຖະແຫຼງຂ່າວ – ວັດທະນະທໍາ (ລົງນາມ)

24/08/2004

ບ່ອນສົ່ງ :
1. ກົມຈັດຕັ້ງກະຊວງ
2. ກົມ ວ.ມ.ຊ
3. ກົມ ປ.ກ.ສ
4. ຫ້ອງການກະຊວງ
5. ເກັບມ້ຽນສາໍເນົາ
6. ກະຊວງການຄ້າ
7. ອົງການທ່ອງທ່ຽວແຫ່ງຊາດ
8. ພະແນກຖະແຫຼງຂ່າວ ວັດທະນະທຳນະຄອນຫຼວງ

ເອກກະສານອ້າງອິງ : Download

Exit mobile version