ຂ່າວດີໆສຸດໆໄປເລີຍ ແລະ ເພື່ອນ້ອງໆນັກເຕະເຍົາວຊົນລາວແທ້ໆລະແບບນີ້ KELME ຜະລິດຕະພັນເຄື່ອງກິລາ ລະດັບໂລກ ຮ່ວມກັບ ສະຫະພັນບານເຕະ ນະຄອນຫຼວງວຽງຈັນ ແລະ ທ່າຊ້າງ ແຄ້ມ ກຽມຈັດການແຂ່ງຂັນບານເຕະເຍົາວະຊົນລາຍການ KELME LAOS CUP 2024 ຄັ້ງທໍາອິດ ໂດຍບໍ່ເສຍຄ່າສະໝັກ, ຝ່າຍຈັດການແຂ່ງຂັນໃຈປໍ້າ ໃຫ້ນ້ອງໆໄດ້ແຂ່ງຂັນ ແລະ ສະໝັກຟຣີໄປເລີຍ ບອກເລີຍວ່າຄຸ້ມສຸດຄຸ້ມ ໄດ້ແຂ່ງຂັນກັນຍາວໆໄປເລີຍ.
ສໍາລັບ ຄັ້ງທໍາອິດຈະແຂ່ງຂັນຮຸ່ນອາຍຸບໍ່ເກີນ 12 ປີ ( U-12 ) ລະຫວ່າງວັນທີ 25-26 ພຶດສະພາ 2024 ທີ່ສະໜາມທ່າຊ້າງ ແຄ້ມ ຕັ້ງຢູ່ເຂດເມືອງປາກງື່ມ ນະຄອນຫຼວງວຽງຈັນ ແລະ ອາທິດຕໍ່ໄປມີແຜນຈັດ U-14 ຕໍ່ເນື່ອງ.
ຮີບສະໝັກດ່ວນ ເພາະຮັບພຽງ 16 ທີມເທົ່ານັ້ນ ແລະ ຈະມີພິທີຈັບສະຫຼາກແບ່ງສາຍໃນວັນທີ 6 ພຶດສະພາ 2024.
ເງື່ອນໄຂເບື້ອງຕົ້ນ
- ເກີດກ່ອນເດືອນ 7 ປີ 2011 ( ພວກເຮົາຈະມີການກວດລະອຽດ )
- ລົງທະບຽນ ຄະນະ ແລະ ຄູຝຶກ ໄດ້ສູງສຸດ 3 ທ່ານ
- ລົງທະບຽນນັກກິລາໄດ້ສູງສຸດ 15 ຄົນ
- ຈ່າຍຄ່າມັດຈໍາ 300.000 ກີບເທົ່ານັ້ນ, ຫຼັງຈົບແຂ່ງຂັນຝ່າຍຈັດການສົ່ງຄືນໃຫ້
ຖ້າມີຄວາມເຄື່ອນໄຫວ ຫຼື ທີມມາສະໝັກ ທີ່ຜ່ານເງື່ອນໄຂ ແອັດຈະມີການອັບເດດ ແລະ ໂພສລົງເພຈ໌ ໃຫ້ຮັບຮູ້ເປັນແຕ່ລະໄລຍະໆ ວ່າທີມໃດທີ່ຈະຮ່ວມພັດທະນາໄປກັບພວກເຮົາ.
ສະໝັກໄດ້ທີ່ :
- ສົ່ງຂໍ້ຄວາມຫາ: https://www.facebook.com/profile.php?id=61554506810624
- ທັກວອດແອັບຫາເບີ: 020 5961 2744 , 020 7747 7116 ແລະ 020 5997 9665 See less
ທີ່ມາ : Thaxang United
ອ້າງອິງ :