ວັນເສົາ, 19 ເດືອນເມສາ 2025

ໂອກາດດີມາອີກແລ້ວ ນັກສະນຸກເກີລາວກຽມໄວ້ ສະຫະພັນບິນລ້ຽດ-ສະນຸກເກີແຫ່ງຊາດລາວ ເຊີນຮ່ວມການແຂ່ງຂັນສະນຸກເກີ 6 ແດງ

ລາຍການ ອາລີນ້າ ແຮນດິແຄັບ ລາວໂອເພັນ 2024 (2024 LBSF-ARINA 6RED HANDICAP LAOS OPEN) ຊິງເງີນລາງວັນລວມກວ່າ 73,500,000 ກີບ ຈະແຂ່ງຂັນລະຫວ່າງວັນທີ 27 – 30 ມິຖຸນາ 2024 ເປີດຮັບສະໝັກ ທົ່ວປະເທດ.

ອີງຕາມທິດຊີ້ນໍາຂອງ ກະຊວງສືກສາທິການ ແລະ ກິລາ, ກົມກິລາລະດັບສູງ ແລະ ອິງຕາມແຜນຍຸດທະສາດ 5 ປີຂອງສະຫະພັນກິລາບິນລຽດ-ສະນຸກເກີແຫ່ງຊາດລາວ.

ການແຂ່ງຂັນຄັ້ງນີ້ ມີຈຸດປະສົງເພື່ອເປັນການຊຸກຍູ້, ສົ່ງເສີມ ແລະ ພັດທະນາວົງການກິລາສະນກເກີລາວ ໃຫ້ທຽບເທົ່າສາກົນ, ພ້ອມກັນນີ້ ຍັງເປັນການພັດທະນາຝີມືນັກກິລາສະນຸກເກີສະໝັກຫຼິ້ນແຕ່ລະສະໂມສອນທົ່ວປະເທດ ເພື່ອກ້າວຂື້ນມາເປັນນັກກິລາທີມຊາດ ກຽມເຂົ້າຮ່ວມແຂ່ງຂັນໃນລະດັບພາກພື້ນ ແລະ ສາກົນ.

2024 LBSF-ARINA 6RED HANDICAP LAOS OPEN

ຄ່າສະໝັກ : 650,000ກີບ /ຄົນ / ສະໂມສອນ

  • ຮັບເສື້ອແຂ່ງຂັນ 1 ຜືນ ພ້ອມພິມຊື່ລົງເສື້ອ
  • ສະໝັກກ່ອນ ໄດ້ສິດກ່ອນ

ສົນໃຈສະໝັກຕິດຕໍ່: WhatsApp: 020-57888238 ທ່ານ ລິຄິດ ອິນທະວົງ, 020-55078868 ສະຫະພັນບິນລຽດສະນຸກເກີແຫ່ງຊາດ, 020-55566966 ສະໂມສອນ ອາລີນ້າ ຄລັບ

ການສະໝັກ

  • ແຈ້ງຊື່ , ສາຍາ, ສະໂມສອນ, ເບີໂທຕິດຕໍ່/Facebook
  • ເບີເສື້ອ ແລະ ຊື່ພິມລົງເສື້ອ
  • ໂອນເງີນຜ່ານບັນຊີເທົ່ານັ້ນ (ງົດຈ່າຍໜ້າງານ)
  • ຮັບສິດເຂົ້າກຸ່ມເຟດບຸກ ເພື່ອຕິດຕາມຂ່າວການແຂ່ງຂັນ

ການແຕ່ງກາຍ : ໃສ່ເສື້ອແຂ່ງຂັນ, ໂສ້ງສຸພາບ ແລະ ເກີບຫຸ້ມສົ້ນ

  • ເປີດຮັບສະໝັກ 1/4/2024
  • ປິດຮັບສະໝັກ 15/6/2024
  • ຈົກສະຫຼາກແບ່ງສາຍ 24/6/2024

ສະຖານທີ່ແຂ່ງຂັນ : ສະໂມສອນ ສະນຸກເກີ ອາລີນ້າ ຄລັບ, ບ້ານ ສີບຸນເຮືອງ ເມືອງຈັນທະບຸລີ ນະຄອນຫຼວງວຽງຈັນ.

ທີ່ມາ : ຂ່າວກີລາ Lao National TV

Share.