ວັນເສົາ, 19 ເດືອນເມສາ 2025

ໃນງານ ວັນທີ 09/04/2024 ທີ່ຜ່ານມາ ທາງ ສະພະພັນ ກີລາອິສະປອດ ເເຫ່ງຊາດລາວຮ່ວມກັບເຈົ້າຂອງເກມ Mobile Legends Bang Bang ໄດ້ຈັດ Campaige ກີລາອີສະປອດ ເເລະ ການທອງທ່ຽວ ທີ່ເເຂວງຫຼວງພະບາງ.

ເພື່ອໃຫ້ເຂົ້າກັບບັນຍາກາດອັນຟົດຟື້ນໃນປີທ່ອງທ່ຽວລາວ. ພວກເຮົາເຊື່ອໄດ້ຢ່າງຍີ່ງວ່າການນຳເອົາກິລາຂອງພວກເຮົາສາມາດເປັນແຮງພັກດັນວຽກງານການທ່ອງທ່ຽວໄດ້ຢ່າງເເນ່ນອນ ແລະ ຫວັງຢ່າງຍີ່ງວ່າໃນອະນາຄົດອັນໃກ້ນີ້ພວກເຮົາຈະໄດ້ຮັບໂອກາດ ການເປັນເຈົ້າພາບການຈັດງານກິລາອີສະປອດໃນຂອບເຂດພາກພື້ນເພື່ອເປັນອີກແຮງໜຶ່ງໃນການກະຕຸ້ນເສດຖະກິດພາຍໃນປະເທດ ແລະ ສ້າງລາຍຮັບໃຫ້ທຸລະກິດປິ່ນອ້ອມ 

ສຸດທ້າຍນີ້ສະຫະພັນກິລາ ລາວອີສະປອດ ພ້ອມດ້ວຍຄະນະ ແລະ ທີມງານໝົດທຸກຄົນ ຂໍຂອບໃຈ ກະຊວງສຶກສາທິການ ແລະ ກິລາ , ກົມກິລາລະດັບສູງ, ພະແນກສຶກສາ ແຂວງຫຼວງພະບາງ, ພະແນກວັດທະນະທຳ ແລະ ການທ່ອງທ່ຽວແຂວງຫຼວງພະບາງ, ແຂກທີ່ມາຮ່ວມງານທຸກໆຄົນ ແລະ ທ່ານຜູ້ຊົມທາງບ້ານ ທີ່ Support ແລະ ໃຫ້ການຕອບຮັບເປັນຢ່າງດີ 

ທີ່ມາ : Lao Esports Federation

ອ້າງອິງ

Share.
Exit mobile version