ໃນເບື້ອງຕົ້ນການແຂ່ງຂັນ Jet Ski ນີ້ແມ່ນພຽງແຕ່ການແຂ່ງຂັນກິລາມິດຕະພາບຂະຫນາດນ້ອຍ ລະຫວ່າງ ໄທ ແລະ ລາວ ກ່ອນຈະຈັດການແຂ່ງຂັນ ທີມງານ Lao Vision ໄດ້ມີໂອກາດໄປຊົມການແຂ່ງຂັນ Jet Ski ລະດັບໂລກ ທີ່ເມືອງພັດທະຍາ ປະເທດໄທ ແລະ ໄດ້ວາງແຜນຈັດການແຂ່ງຂັນ Jet Ski ທີ່ ແດນສະຫວັນນ້ຳງື່ມ ຣີສອດ ເພື່ອດຶງດູດການທ່ອງທ່ຽວ ແຕ່ພາຍຫລັງໄດ້ພົບກັບທີມ jet ski ມືອາຊີບໃນປະເທດໄທ ຈຶງໄດ້ປ່ຽນແປງຄວາມຄິດຈາກຈັດກະຊັບມິດຂະຫນາດນ້ອຍ ປ່ຽນເປັນງານໃຫຍ່ລະດັບສາກົນ