ວັນເສົາ, 19 ເດືອນເມສາ 2025

ທີມຊາດລາວ ອັນດັບໂລກຕົກໜຶ່ງອັນດັບ ຫລັງບໍ່ມີການເຄື່ອນໄຫວ ໄລຍະ ຟີຟ້າເດ ເດືອນມີນາ 2024 ຢູ່ທີ 190 ຂອງໂລກ!

FootRanking ເວັບໄຊ້ ຈັດອັນດັບໂລກຊື່ດັງ ໄດ້ອັບເດດອັນດັບໂລກ ເຕະບານຊາຍທີມຊາດຊຸດໃຫຍ່ ປະຈຳເດືອນມີນາ 2024 ຫລັງສິ້ນສຸດໄລຍະ ຟີຟ້າເດ ສະເພາະພາກພື້ນອາຊຽນ ທີມຊາດລາວ ພາຍຫລັງບໍ່ມີການເຄື່ອນໄຫວ ໄລຍະ ຟີຟ້າເດ ເດືອນມີນາ 2024 ອັນດັບໂລກຕົກໜຶ່ງອັນດັບ ຢູ່ທີ 190 ຂອງໂລກ ມີ 889.62 ຄະແນນ ແລະ ຢູ່ທີ 40 ຂອງອາຊີ, ທີ 9 ຂອງອາຊຽນ.

ຕາມປະຫວັດ ທີມຊາດລາວ ອັນດັບໂລກເຄີຍຕົກຕໍ່າສຸດ ຢູ່ທີ 210 ຂອງໂລກ ເມື່ອເດືອນສິງຫາ ປີ 2012 ແລະ ເຄີຍອັນດັບດີສຸດແມ່ນທີ 134 ຂອງໂລກ ເມື່ອເດືອນກັນຍາ ປີ 1998.

ສ່ວນອັນດັບ 1 ຂອງອາຊຽນຂະນະນີ້ ຍັງແມ່ນ ໄທ ຢູ່ທີ 101 ຂອງໂລກ, ທີ 2 ຫວຽດນາມ ແລະ ຢູ່ທີ 115 ຂອງໂລກ ຕົກ 10 ອັນດັບ, ຮອງລົງມາແມ່ນ  ອິນໂດເນເຊຍ, ມາເລເຊຍ, ຟີລິບປິນ, ສິງກະໂປ, ມຽນມາ, ກຳປູເຈຍ, ບຣູໄນ ແລະ ຕີມໍເລັສເຕ້.

ທີ່ມາ : ຂ່າວກີລາ Lao National TV

Share.