ວັນເສົາ, 19 ເດືອນເມສາ 2025
Lao National Logo

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ສະໂມສອນສົ່ງເສີມ ສິລະປະ
ວັດທະນະທຳ ລາວບັນດາເຜົ່າ

ເລກທີ່ 077/ສວຜ
ນະຄອນຫຼວງວຽງຈັນ, 24 ເດືອນ 09 ປີ 2012

ໃບແຕ່ງຕັ້ງ ແລະ ມອບສິດ

  • ອິງໃສ່ : ສຸຂະພາບບໍ່ແຂງແຮງ ແລະ ຢາກພັກຜ່ອນ

ຂ້າພະເຈົ້າ ແຈ້ງ ໄຊຍະວົງ ໃນນາມປະທານ ສະໂມສອນສົ່ງເສີມ ສິລະປະ ວັດທະນະທໍາລາວ ບັນດາເຜົ່າ, (ເຫດຜົນ) ເນື່ອງຈາກສຸຂະພາບບໍ່ແຂງແຮງ ແລະ ຢາກພັກຜ່ອນ ບໍ່ສະດວກໃນການເຄື່ອນໄຫວວຽກງານອີກຕໍ່ໄປ, ຈຶ່ງໄດ້ມອບວຽກງານໃນການບໍລິຫານງານຂອງ ສະໂມສອນ ສົ່ງເສີມສິລະປະ ວັດທະນະທໍາ ລາວບັນດາເຜົ່າ ໃຫ້ແກ່ ທ່ານນາງ ມະນີຈິດ ໄຊຍະວົງ ເຊິ່ງເປັນລູກສາວ ເປັນຜູ້ສືບທອດທັ້ງເປັນປະທານບໍລິຫານ ສະໂມສອນສົ່ງເສີມສິລະປະ ວັດທະນະທໍາລາວ ບັນດາເຜົ່າ ແທນຂ້າພະເຈົ້າ ຕາມພາລະບົດບາດ ແລະ ລະບຽບການທີ່ໄດ້ກໍານົດໄວ້. ຕາມຂໍ້ຕົກລົງ ຂອງລັດຖະມົນຕີວ່າການກະຊວງຖະແຫຼງຂ່າວ ແລະ ວັດທະນະທໍາ ວ່າດ້ວຍການສ້າງຕັ້ງສະໂມສອນ ສົ່ງເສີມສິລະປະ ວັດທະນະທໍາລາວບັນດາເຜົ່າ.

ດັ່ງນັ້ນ, ຈຶ່ງໄດ້ເຮັດໃບແຕ່ງຕັ້ງ ແລະ ມອບສິດໃຫ້ຜູ້ກ່ຽວເພື່ອເປັນບ່ອນອີງໃນການຈັດຕັ້ງ ປະຕິບັດວຽກງານ ແລະ ມີຜົນສັກສິດນັບຕັ້ງແຕ່ຂ້າພະເຈົ້າໄດ້ລົງລາຍເຊັນເປັນຕົ້ນໄປ.

ແຈ້ງ ໄຊຍະວົງ

ແຈ້ງ ໄຊຍະວົງ
ປະທານສະໂມສອນສົ່ງເສີມ ສິລະປະ

ວັດທະນະທຳລາວ ບັນດາເຜົ່າ
(24/9/2012)

ບ່ອນສົ່ງ :
1. ກະຊວງຖະແຫຼງຂ່າວ ແລະ ວັດທະນະທໍາ 01 ສະບັບ
2. ກົມສື່ມວນຊົນ 01 ສະບັບ
3. ກົມສິລະປະການສະແດງ 01 ສະບັບ
4. ຄະນະບໍລິຫານງານແຕ່ລະທ່ານເພື່ອຮັບຊາບ
5. ໂທລະພາບລາວສຕາຣ໌ ເພື່ອຮັບຊາບໃນການຮ່ວມມື
6. ສໍາເນົາເກັບໄວ້.

ເອກກະສານອ້າງອິງ