ວັນເສົາ, 19 ເດືອນເມສາ 2025

ປະວັດສະຫະພັນ

ສະຫະພັນຄິກບ໊ອກຊຶງແຫ່ງຊາດລາວ ແມ່ນໄດ້ຮັບການຍອມຮັບ ແລະສະໜັບສະໜູນຈາກລັດຖະບານ ເຊິ່ງເປັນບູລິມະສິດອັນດັບໜຶ່ງຂອງກົມກີລາລະດັບສູງ, ກະຊວງສຶກສາທິການ ແລະ ກີລາ ແລະ ໂອລິມປິກແຫ່ງຊາດ ສປປ ລາວ.

ສະຫະພັນຄິກບ໊ອກຊິງແຫ່ງຊາດລາວ ຍັງໄດ້ຮັບການຍອມຮັບຈາກຄະນະກຳມະການໂອລິມປິກສາກົນ (IOC) ໃນການແຂ່ງຂັນ ເຊິ່ງມັນເປັນເລື່ອງປົກກະຕິໃນບັນດານັກກີລາການຕໍ່ສູ້ແບບປະສົມປະສານ (MMA) ທີ່ແຂ່ງຂັນໃນຮູບແບບ Ultimate Fighting Championships (UFC) ແລະ Mega Sports Property ONE FC.

ສະຫະພັນຄິກບ໊ອກຊິງແຫ່ງຊາດລາວ (LKF) ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2013 ຈາກ WAKO ຂອງອາຊີ ໂດຍກະຊວງສຶກສາທິການ ແລະ ກີລາ, ເຊິ່ງມີສະມາຊິກທັງຫມົດ 15 ຄົນ ທີ່ໄດ້ຮັບການເລືອກຕັ້ງໃຫ້ເປັນສະມາຊິກໃນຄະນະບໍລິຫານງານ.

ເປົ້າໝາຍຫຼັກຂອງພວກເຮົາ ແມ່ນເພື່ອພັດທະນາອົງການຈັດຕັ້ງກິລາຄິກບ໊ອກຊິງ ແລະ ສິນລະປະການປ້ອງກິນໂຕ ມືສະໝັກຫຼີ້ນຂອງລາວ ໃຫ້ເປັນອົງກອນກິລາລະດັບມືອາຊີບ ເພື່ອເຂົ້າຮ່ວມແຂ່ງຂັນລີກກິລາ ແລະ ເປັນຕົວແທນປະເທດລາວເຂົ້າຮ່ວມການແຂ່ງຂັນກິລາຄິກບ໊ອກຊິ່ງແຫ່ງຊາດ.

ໃນຊຸມປີທີ່ຜ່ານມາ, ພວກເຮົາໄດ້ປະສົບຜົນສຳເລັດໃນການເຂົ້າຮ່ວມແຂ່ງຂັນກິລາຊີເກມ ທັງປີ 2019 ແລະ ປີ 2021, ແລະ ປີ 2023 ນີ້, ພວກເຮົາກໍໄດ້ເປັນໜຶ່ງໃນຜູ້ເຂົ້າຮ່ວມການແຂ່ງຂັນກິລາຊີເກມ ທີ່ປະເທດກຳປູເຈຍ.

Contact Info

Huayhong Village, Vientiane, Laos

Tel : +856 20 55 555 552, +856 20 22 244 442
Email : info@laovision.org
Facebook : https://www.facebook.com/LaoKickboxing

Share.