Portfolio

ໜ່ວຍງານວິໄສທັດລາວ ສ້າງຕັ້ງຂຶ້ນໃນປີ 2011 ແລະ ໄດ້ຮັບການແຕ່ງຕັ້ງຢ່າງເປັນທາງການໃນປີ 2015 ໂດຍກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ. ເຮົາເລີ່ມຈັດກິດຈະກຳຕ່າງໆ ທາງດ້ານສິລະປະ, ວັດທະນະທຳ ແລະ ກິລາຂອງລາວ. ໂດຍໄດ້ຮັບຜົນສໍາເລັດ ໄດ້ຮັບການຕອບຮັບຈາກປະຊາຊົນລາວ. ແລະຊາວຕ່າງປະເທດຈໍານວນຫຼາຍເຊັ່ນ: ການແຂ່ງຂັນມວຍໃນໂຄງການ ສຸດຍອດມວຍລາວລາວສະຕາຣ໌ ການແຂ່ງຂັນກິລາບານເຕະມະຫາວິທະຍາໄລ U-League, ການແຂ່ງຂັນມວຍລາວໄຟທ໌, ນ້ຳຂອງໄຟທ໌ ແລະການແຂ່ງຂັນເຈດສະກີນານາຊາດ ທີ່ແດນສະຫວັນນ້ຳງື່ມ Resort ຫນ່ວຍງານວິໄສທັດລາວ ຍັງຄົງສືບຕໍ່ພັດທະນາ ແລະ ສ້າງກິດຈະກຳທີ່ດີ ເນັ້ນໃສ່ກິລາທີ່ມີຄຸນນະພາບໃຫ້ແກ່ປະເທດລາວຕໍ່ໄປ

ເປັນການແຂ່ງຂັນກິລາບານເຕະທີ່ຈັດຂື້ນໃຫ້ລູກຄ້າຂອງບໍລິສັດ ລາວໂຕໂຍຕ້າ ເພື່ອແຂ່ງຂັນຊິງຂັນລາງວັນເຕະບານຂອງລາວໂຕໂຢຕ້າ ເພື່ອເປັນການຕອບແທນ ແລະ

ເປັນການແຂ່ງຂັນມວຍປົກກະຕິ. ເພື່ອເປັນ Content ອອກອາກາດທາງໂທລະພາບລາວສະຕາຣ໌ ໂດຍໜ່ວຍງານລາວວິໄສທັດ ໄດ້ສານງານຕໍ່ຈາກທີມງານສະຫະພັນມວຍລາວ

ເປັນ Tournament ການແຂ່ງຂັນກີລາມວຍລາວ ທີ່ຈັດຂຶ້ນໂດຍສະເພາະ ໃຫ້ກັບ M-150 ເພື່ອຊິງຂັນລາງວັນ ແລະ ເງິນລາງວັນຈາກ M-150.

ເປັນການແຂ່ງຂັນກ໊ອຟ ທີ່ຈັດຂຶ້ນ​ສໍາ​ລັບ​ລູກ​ຄ້າ​ທົ່ວ​ໄປ​ ແລະ ລູກຄ້າ VIP ຂອງບໍລິສັດ ລາວໂຕໂຍຕ້າ ແຂ່ງຂັນເພື່ອຊິງຂັນລາງວັນ ລາວໂຕໂຢຕ້າ. ແລະ ເປັນຄັ້ງທຳອິດຂອງ Lao Vision

ພາຍຫຼັງທີ່ Laovision ໄດ້ຜ່ານວຽກງານຈັດກິລາບານເຕະຫຼາຍຄັ້ງ. ຈຶງມີຄວາມຄິດທີ່ຈະຈັດກິລາສໍາລັບມະຫາວິທະຍາໄລ. ໂດຍໄດ້ຮັບຄວາມຄິດຈາກການເຮັດ U-League ໃນປະເທດໄທ

ການແຂ່ງຂັນບານເຕະມິດຕະພາບ 20 ປີ ຂອງບໍລິສັດ ລາວໂຕໂຍຕ້າ ລາຍການ ລາວໂຕໂຍຕ້າ ແຟມິລີ ທົວນາເມັ້ນ ຊິງຂັນລາວໂຕໂຍຕ້າ ຈັດຂຶ້ນວັນທີ 1 ສິງຫາ ເຖີງ 1 ກັນຍາ 2012