ສປປ ລາວ ເປັນເຈົ້າພາບຈັດການແຂ່ງຂັນເພາະກາຍຊີງແຊັມອາຊຽນ ຄັ້ງທີ 18
ພິທີຖະແຫຼງຂ່າວການແຂ່ງຂັນກີລາເພາະກາຍ ຊີງແຊັມອາຊຽນ ຄັ້ງທີ 18 ທີ່ ສປປ ລາວ ເປັນເຈົ້າພາບຈັດຂຶ້ນວັນທີ 9 ກຸມພາ 2024 ຢູ່ໂຮງແຮມດອນຈັນພາເລດ ມີທ່ານ ຮສ ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກີລາ, ທ່ານ ປອ ມະໂນທອງ ວົງໄຊ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ປະທານສະຫະພັນກີລາເພາະກາຍແຫ່ງຊາດລາວ ແລະ ທ່ານ ດາໂຕະ ພໍຊົວ ປະທານສະຫະພັນກີລາເພາະກາຍໂລກ ມີບັນດາທ່ານຫົວໜ້າກົມ ຫົວໜ້າພະແນກ ຄະນະບໍລິຫານສະຫະພັນເພາະກາຍແຫ່ງຊາດລາວ ປະທານບໍລິສັດທີ່ໃຫ້ການສະໜັບສະໜູນ ຜູ້ອໍານວຍການສູນອອກກໍາລັງກາຍ ນັກກີລາ ແລະ ສື່ມວນຊົນເຂົ້າຮ່ວມ.
ໂອການນີ້ ທ່ານ ຄໍາພະໄພວັນ ວົງໄຊ ຮອງປະທານ-ເລຂາທິການ ສະຫະພັນກີລາເພາະກາຍແຫ່ງຊາດລາວ ກ່າວວ່າ:ການຈັດແຂ່ງຂັນເພາະກາຍຊີງແຊັມອາຊຽນ ຄັ້ງທີ 18 ນີ້ ເພື່ອເປັນການເພີ່ມທະວີການຍົກລະດັບ ແລະ ພັດທະນານັກກີລາເພາະກາຍທີມຊາດລາວ ເພື່ອເປັນການກະຕຸ້ນການທ່ອງທ່ຽວລາວ ປີ 2024 ແລະ ເພີ່ມທະວີການປະຊາສໍາພັນການທ່ອງທ່ຽວລາວຍິ່ງຂຶ້ນ ນອກຈາກນີ້ ຍັງເປັນການສ້າງຂະບວນການແຂ່ງຂັນກີລາໃນອາຊຽນ ແລະ ຄໍານັບຮັບຕ້ອນກອງປະຊຸມສຸດຍອດອາຊຽນ ປີ 2024 ທີ່ ສປປລາວ ເປັນເຈົ້າພາບ ພ້ອມທັງເປັນການນໍາລ້ອງຕໍ່ການສະເໜີເປັນເຈົ້າພາບ ຈັດການແຂ່ງຂັນເພາະກາຍຊີງແຊັມທະວີບອາຊີ ແລະ ຊີງແຊັມໂລກ ໃນ 4 ປີຕໍ່ໜ້າ.

ປັດຈຸບັນ ບັນດາປະເທດອາຊຽນ ຕອບຮັບເຂົ້າຮ່ວມແຂ່ງຂັນ ລວມມີ 9 ປະເທດ ຄື: ໄທ ສສ ຫວຽດນາມ ມາເລເຊຍ ອິນໂດເນເຊຍ ກໍາປູເຈຍ ບຣູໄນ ມຽນມາ ສິງກະໂປ ແລະ ສປປ ລາວ ຊີງໄຊ 25 ຫຼຽນຄໍາ 25 ຫຼຽນເງິນ ແລະ 25 ຫຼຽນທອງ ປະກອບມີ 8 ປະເພດ ຄື:ເພາະກາຍຊາຍ 9 ຮຸ່ນ ເພາະກາຍຊີງແຊັມ Mr South east Asia 1 ຮຸ່ນ ຊາຍຫຸ່ນງາມ 4 ຮຸ່ນ ຍິງຫຸ່ນງາມ 4 ຮຸ່ນ ເພາະກາຍຍິງ 1 ຮຸ່ນ ເພາະກາຍຊາຍ Athletic 4 ຮຸ່ນ ເພາະກາຍຊາຍ ສະແດງລີລາປະກອບເພງ 1 ຮຸ່ນ ແລະ ສະແດງລີລາປະກອບເພງ ຄູ່ ຍິງ-ຊາຍ 1 ຮຸ່ນ ການແຂ່ງຂັນຈະຈັດຂຶ້ນວັນທີ 16-20 ພຶດສະພາ 2024 ຢູ່ໂຮງແຮມດອນຈັນພາເລດ.
ຂະນະທີ່ ທ່ານ ມະໂນທອງ ວົງໄຊ ກ່າວວ່າ:ກີລາເພາະກາຍ ເປັນຊະນິດກີລາໜຶ່ງ ທີ່ຕ້ອງໃຊ້ຄວາມພະຍາຍາມ ມີວິໄນ ແລະ ມີລະບຽບການເຝິກຊ້ອມທີ່ເຂັ້ມຂຸ້ນ ຈຶ່ງສາມາດເພາະກາຍ ຫຼື ສ້າງກ້າມເນື້ອທີ່ສວຍງາມເພື່ອມາແຂ່ງຂັນກັນໄດ້ ດັ່ງນັ້ນ ນັກກີລາທຸກທ່ານຈະມາເຖິງມື້ນີ້ໄດ້ ກໍໃຊ້ເວລາເຝິກແອບກ້າມເນື້ອບໍ່ຕໍ່າກວ່າ 5 ປີ ດັ່ງນັ້ນ ຖືເປັນໂອກາດອັນດີ ທີ່ ສປປ ລາວ ເຮົາຈະມີການແຂ່ງຂັນລະດັບເວທີສາກົນ ດ້ານກີລາເພາະກາຍ ເພາະຈະເປັນເວທີທີ່ນັກກີລາສະໝັກຫຼີ້ນ ຫຼື ກໍາລັງສົນໃຈກີລາຊະນິດນີ້

ລວມເຖິງນັກກີລາທີ່ຜ່ານການແຂ່ງຂັນພາຍໃນປະເທດມາລະດັບໜຶ່ງ ສາມາດມາຖອດຖອນບົດຮຽນງານການແຂ່ງຂັນຄັ້ງນີ້ ສຶກສາກ້າມເນື້ອນັກກີລາປະເທດອ້ອມຂ້າງເບິ່ງວ່າເຂົາເຈົ້າພັດທະນາໄປເຖິງໃສ ແລະ ມີການແຂ່ງຂັນແບບໄດແດ່ຕໍ່ເວທີສາກົນ ມີມາດຕະຖານແບບໃດການແຂ່ງຂັນລະດັບສາກົນ ຕະຫຼອດໄລຍະຜ່ານມາ ການແຂ່ງຂັນເພາະກາຍຊີງແຊັມປະເທດລາວ ອີງໃສ່ນັກກີລາທີ່ມີເຮົາກໍສາມາດຈັດໄດ້ພຽງແຕ່ 2 ປະເພດ 6 ລາຍການແຂ່ງຂັນຄື: ປະເພດເພາະກາຍ (Bodybuilding) ແລະ ປະເພດຫຸ່ນສວຍງາມ (Physique sport ແລະ Model Physique) ເທົ່ານັ້ນ ແຕ່ການແຂ່ງຂັນຊີງແຊັມອາຊຽນ ຄັ້ງທີ 18 ນີ້ ຈະມີການແຂ່ງຂັນເຖິງ 9 ປະເພດ 25 ລາຍການແຂ່ງຂັນ ເພື່ອເປັນເວທີການຮຽນຮູ້ ເພື່ອການພັດທະນາໄດ້ເປັນຢ່າງດີ ອີກດ້ວຍ.

ໂອກາດດຽວກັນນີ້ ທ່ານ ພຸດ ສິມມາລາວົງ ກ່າວວ່າ:ການແຂ່ງຂັນດັ່ງກ່າວ ເຫັນໄດ້ເຖິງການສະໜັບສະໜູນຫຼາຍພາກສ່ວນ ແລະ ຜ່ານການອານຸມັດໃຫ້ ສປປ ລາວ ເປັນເຈົ້າພາບ ຈັດການແຂ່ງຂັນຈາກທ່ານປະທານສະຫະພັນກີລາເພາະກາຍໂລກ (WBPF) ສະແດງເຖິງຄວາມໄວ້ເນື້ອເຊື່ອໃຈຕໍ່ ສປປ ລາວ ພວກເຮົາ ແລະ ງານດັ່ງກ່າວ ຈະເກີດຂຶ້ນບໍ່ໄດ້ຖ້າຫາກຂາດການສະໜັບສະໜູນຈາກບັນດາທ່ານ ຄືດັ່ງຄໍາສຸພາສິດບູຮານກ່າວໄວ້ວ່າ: ໄມ້ລໍາດຽວອ້ອມຮົ້ວບໍ່ໄຄວ່ ໄມ້ບໍ່ພ້ອມແປງບ້ານບໍ່ເຮືອງ ຂ້າພະເຈົ້າເຊື່ອວ່າ ນອກຈາກການແຂ່ງຂັນດັ່ງກ່າວຜ່ານໄປແລ້ວນັ້ນ ຫຼາຍພາກສ່ວນກໍ່ຍັງຈະໃຫ້ການສະໜັບສະໜູນ ຢູ່ຄຽງຂ້າງສະຫະພັນກີລາເພາະກາຍແຫ່ງຊາດລາວ ສືບຕໍ່ໄປ ເພື່ອເຮັດໃຫ້ສະຫະພັນກີລາເພາະກາຍແຫ່ງຊາດລາວ ສາມາດຈັດການແຂ່ງຂັນເພາະກາຍຊີງແຊັມອາຊີ ແລະ ຊີງແຊັມໂລກ ໃຫ້ສໍາເລັດຕາມທີ່ຕັ້ງເປົ້າໝາຍໄວ້ ເພື່ອພັດທະນາຮອບດ້ານ ແລະ ສ້າງຄວາມເຂັ້ມ ແຂງ ສ້າງຄວາມຍືນຍົງ ຕໍ່ກັບວົງການກີລາເພາະກາຍລາວ ໃຫ້ສາມາດເທົ່າທຽມກັບສາກົນຍິ່ງໆຂຶ້ນໄປ ໃນອະນາຄົດ.
ໃນພິທີ ຍັງມີບັນດາບໍລິສັດ ຫ້າງຮ້ານ ແລະ ນິຕິບຸກຄົນ ໄດ້ໃຫ້ການສະໜັບສະໜູນ ເປັນເງິນສົດ ແລະ ວັດຖຸອຸປະກອນ ອີກຈໍານວນໜຶ່ງ ອີກດ້ວຍ.
ທີ່ມາ : ລາວໂພສ Laopost