
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ
ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ
ກົມສື່ມວນຊົນ
ເລກທີ ID035/ສມຊSM
ນະຄອນຫຼວງວຽງຈັນ, ວັນທີ 12/09/2024
ໃບອະນຸຍາດ
- ອີງຕາມດຳລັດຂອງນາຍົກລັດຖະມົນຕີວ່າດ້ວຍການຈັດຕັ້ງ ແລະ ກາຮເຄື່ອນໄຫວຂອງກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເລກທີ 95/ນຍ, ລົງວັນທີ 09 ມີນາ 2017.
- ອີງຕາມກົດໝາຍວ່າດ້ວຍສື່ມວນຊົນ ສະບັບ (ປັບປຸງ) 2016.
- ອີງຕາມແຈ້ງການຂອງຫ້ອງການກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເລກທີ 252/ຖວທ, ລົງວັນທີ 17/09/2020
ກົມສື່ມວຍຊົນ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ອອກໃບອະນຸຍາດໃຫ້ໜ່ວຍງານ ລາວ ວິໄສທັດ Lao Vision ເປີດບໍລິການ ສື່ສັງຄົມອອນລາຍ ຕາມລາຍລະອຽດລຸ່ມນີ້:
- ທີ່ຕັ້ງ: ບ້ານ ນາໄຊ, ເມືອງ ໄຊເສດຖາ, ແຂວງ ນະຄອນຫຼວງວຽງຈັນ.
- ຈຸດປະສົງໃນການດຳເນີນງານ: ບໍລິການຂໍ້ມູນຂ່າວສານຜ່ານສື່ສັງຄົມອອນລາຍ.
- ລະຫັດ ເຟສບຸກ: www.facebook.cojm/laovision.org
- ລະຫັດ ເວັບໄຊ໋: www.laovision.org
- ລະຫັດ ຢູທູບ: www.youtube.com/@laovision
- ລະຫັດ ຕິກຕ໋ອກ: www.tiktok.com/@laovision.org
- ລະຫັດ Douyin: www.douyin.com/@laovision.org
- ລະຫັດ Lazada: www.lazada.co.th/shop/laovision
ສິ່ງທີ່ຄວນເອົາໃຈໃສ່:
- ການເປີດໃຫ້ບໍລິການຕ້ອງປະຕິບັດຕາມກົດໝາຍວ່າດ້ວຍສື່ມວນຊົນ ແລະ ລະບຽບຂອງວຽກງານນີ້ຢ່າງເຂັ້ມງວດ.
- ບັນດາເນື້ອໃນຂໍ້ມູນຂ່າວສານ ແລະ ການໂຄສະນາບໍລິການສັງຄົມທີ່ໂຄສະນາເຜີຍແຜ່ຕ້ອງສອດຄ່ອງ ແລະ ບໍ່ນອກເໜືອຈາກສິດ, ໜ້າທີ່ ແລະ ພາລະບົດບາດຂອງຕົນ, ບໍ່ຂັດກັບແນວທາງ-ນະໂຍບາຍ, ກົດໝາຍ, ລະບຽບການຂອງ ສປປ ລາວ ແລະ ບໍ່ຂັດກັບຮີດຄອງປະເພນີອັນດີງາມຂອງຊາດລາວ.
- ໃບອະນຸຍາດນີ້ໃຊ້ສະເພາະຢູ່ໃນ ສປປ ລາວ ເທົ່ານັ້ນ.
- ຫ້າມບຸກຄົນອື່ນນຳໃຊ້ໃບອະນຸຍາດນີ້ນອກຈາກຜູ້ໄດ້ຮັບໃບອະນຸຍາດນີ້ເທົ່ານັ້ນ.
- ໃບອະນຸຍາດສະບັບນີ້ໃຊ້ໄດ້ຮອດວັນທີ: 11/09/2026
ໝາຍເຫດ: ຕ້ອງມາຕໍ່ໃບອະນຸຍາດ 30 ວັນ ກ່ອນກຳນົດໝົດອາຍຸນຳໃຊ້, ຖ້າບໍ່ມາຕໍ່ໂດຍບໍ່ມີເຫດຜົນຖືວ່າໂຈະການເຄື່ອນໄຫວ.
ຫົວໜ້າກົມ

ສົມສະຫວາດ ພົງສາ
ເອກກະສານອ້າງອິງ